ອັງກິດຢາກຊຸກຍູ້ການຮ່ວມມືດ້ານການຄ້າກັບຫວຽດນາມຫລັງBrexit

(VOVWORLD) - ອັງກິດຢາກຊຸກຍູ້ການຮ່ວມມືດ້ານການຄ້າກັບຫວຽດນາມກວ່າອີກ ພາຍຫລັງເຫດການ Brexit. ນີ້ແມ່ນຄຳຢືນຢັນຂອງທ່ານນາງ Katie White, ຫົວຫນ້າກົມອາຊີ ປາຊີຟິກ, ກະຊວງການຕ່າງປະເທດ ອັງກິດ ໄດ້ຍົກອອກມາທີ່ງານລ້ຽງ ໂດຍສະຖານທູດຫວຽດນາມ ປະຈຳ ອັງກິດ ຈັດຂຶ້ນໃນຕອນຄ່ຳວັນທີ 19 ກັນຍາ. 

ອັງກິດຢາກຊຸກຍູ້ການຮ່ວມມືດ້ານການຄ້າກັບຫວຽດນາມຫລັງBrexit  - ảnh 1

ທ່ານ ຫງວຽນວັນຖາວ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອັງກິດ 

ພາບ:vietnam+

ກ່າວຄຳເຫັນທີ່ງານລ້ຽງ, ທ່ານນາງ Katie White, ມີຄວາມເຊື່ອໝັ້ນວ່າ ເລື່ອງຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ ປາຊີຟິກ (APEC) ໃນລະດູໃບໄມ້ຫລົ່ນປີນີ້ ຈະແມ່ນກາລະໂອກາດເພື່ອແນະນຳກັບໂລກກ່ຽວກັບຄວາມສາມາດບົ່ມຊ້ອນດ້ານເສດຖະກິດໃຫຍ່ຫລວງຂອງຫວຽດນາມ. ທ່ານນາງ Katie White  ກໍ່ໄດ້ຢ້ຳຄືນເລື່ອງ ອັງກິດ ແລະ ຫວຽດນາມ ໄດ້ກ້າວເຂົ້າສູ່ປີ ທີ 7 ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ດ້ວຍບັນດາຜົນງານຮ່ວມມືສຳຄັນໃນຫລາຍຂົງເຂດ. ພິເສດ ທ່ານນາງ ຖືວ່າ ການພົວພັນດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ຈະພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ ເມື່ອສັນຍາການຄ້າເສລີ ລະຫວ່າງ EU- ຫວຽດນາມ ມີຜົນສັກສິດ. ທ່ານນາງ Katie White, ເນັ້ນຫນັກຄືນ ຄຳໝັ້ນສັນຍາຂອງລັດຖະບານ ອັງກິດ ກ່ຽວກັບເລື່ອງຊຸກຍູ້ຂໍ້ຕົກລົງດ້ານການຄ້າສອງຝ່າຍ ກັບຫວຽດນາມ ພາຍຫລັງ ອັງກິດ ຖອນອອກຈາກ EU, ຜ່ານເລື່ອງທ່ານນາງ ນາຍົກລັດຖະມົນຕີອັງກິດ  Theresa May ຫາກໍ່ແຕ່ງຕັ້ງສະມາຊິກສະພາສູງ Ed Vazey ເປັນທູດພິເສດດ້ານການຄ້າກັບຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ