ອົງການກວດກາລັດຖະບານ2ປະເທດຫວຽດນາມ-ລາວເພີ່ມທະວີການຮ່ວມມື

                                                                                            ອົງການກວດກາລັດຖະບານ2ປະເທດຫວຽດນາມ-ລາວເພີ່ມທະວີການຮ່ວມມື - ảnh 1
(ພາບປະກອບ)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 25/07 ຢູ່ ຮ່າ​ໂນ້ຍ ຄະນະ​ຜູ້​ແທນ​ອົງການ​ກວດກາ​ລັດຖະບານ ຫວຽດນາມ ​ໂດຍທ່ານ ຟານ​ວັນ​ເສົ໋າ ຫົວໜ້າ​ອົງການ​ກວ​ດກາ​ລັດ​ຖະບານ ​ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ອົງການ​ກວດກາ​ລັດຖະບານ ລາວ ​ໂດຍ​ທ່ານ ບຸນ​ທອງ ຈິດ​ມະນີ ຮອງ​ນາຍົກລັດຖະມົນຕີ, ຫົວ​ໜ້າ​ອົງການ​ກວດກາ​ລັດຖະບານ ລາວ ​ເປັນ​ຫົວໜ້າ​ຄະ​ນະ, ທ່ານ ຟານ​ວັນ​ເສົ໋າ ​ເນັ້ນ​ໜັກ​ວ່າ: ສາຍ​ພົວພັນ​ລະຫວ່າງ​ອົງການ​ກວດ​ກາ​ລັດຖະບານ ຫວຽດນາມ ​ແລະ ອົງການ​ກວດ​ກາ​ລັດຖະບານ ລາວ ນັບ​ມື້​ນັບ​ພັດທະນາ​ຢ່າງ​ດີ​ງານ ​ແລະ ມີ​ປະ​ສິດທິ​ຜົນ. ​ແຕ່ລະ​ປີ 2 ປະ​ເທດ​ລ້ວນ​ແຕ່​ມີ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ໄປ​ຢ້ຽມຢາມ, ​ແລກປ່ຽນ​ດ້ານວິຊາ​ການ, ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ພາລະກິດ​ແຫ່ງ​ການ​ພັດທະນາ​ຂອງ 2 ປະ​ເທດ ຫວຽດນາມ - ລາວ, ທ່ານ ບຸນ​ທອງ ຈິດ​ມະນີ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງການ​ກວດກາ​ລັດຖະບານ 2 ປະ​ເທດ​ຈະ​ສືບ​ຕໍ່​​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ​ອີກ, ຜ່ານ​ການ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ກວດກາ, ປ້ອງ​ກັນຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ມີ​ປະສິດທິ​ຜົນ.

                                                                                                        




          

ຂ່າວ/ບົດ​ອື່ນ