ອົງການກວດສອບບັນຊີແຫ່ງລັດຍົກສູງຄວາມສາມາດໃນການເຄື່ອນໄຫວຕິດຕາມກວດກາຄຸ້ມຄອງ

ອົງການກວດສອບບັນຊີແຫ່ງລັດຍົກສູງຄວາມສາມາດໃນການເຄື່ອນໄຫວຕິດຕາມກວດກາຄຸ້ມຄອງ - ảnh 1
ທ່ານ ຟຸ່ງກວັກ​ຮ່ຽນ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ
(ພາບ:thanhtra.com.vn)

(vovworld)- ໃນ​ຕອນ​ເຊົ້າ​ ວັນ​ທີ 23/8, ທ່ານ ຟຸ່ງກວັກ​ຮ່ຽນ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ມີ​ການ​ເຮັດ​ວຽກ ກັບ​ອົງ​ການກວດ​ສອບ​ບັ​ນ​ຊີ​ແຫ່ງ​ລັດ. ທີ່​ການ​ເຮັດ​ວຽກ, ທ່ານ ຟຸ່ງກວັກ​ຮ່ຽນ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊີ້​ແຈ້ງວ່າ: ອົງ​ການກວດ​ສອບ​ບັນ​ຊີ​ແຫ່​ງ​ລັດ ຈຳ​ເປັນ​ຕ້ອງ​ຍົກ​ສູງ​ຄວາມ​ສາ​ມາດ ​ໃນ​ການ​ເຄື່ອນ​ໄຫວ, ​ຜົນ​ບັງ​ຄັບ​ໃຊ້​ດ້ານ​ນິ​ຕິ​ກຳ, ຄຸນ​ນະ​ພາບ ແລະ ປະ​ສິດ​ທິຜົນ ​ການ​ເຄື່ອນ​ໄຫວ. ອົງ​ການ​ກວດ​ສອບ​ບັນ​ຊີ​ແຫ່ງ​ລັດ ​ຕ້ອງ​ເປັນ​ເຄື່ອງ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ ຂອງ​ປະ​ເທດ​ໃນ​ການກວດ​ກາ, ກວດ​ກາ​ຕິດ​ຕາມ​ຄຸ້​ມ​ຄອງ ແລະ ນຳ​ໃຊ້​ການ​ເງິນ, ຊັບ​ສິນ​ຂອງລັດ. ດັ່ງ​ນັນ, ຈຳ​ເປັນ​ຕ້ອງ​ສ້າງ ອ​ົງ​ການກວດ​ສອບ​ບັນ​ຊີແຫ່ງ​ລັດ ທີ່​ມີ​ລະ​ດັບ​ວິ​ຊາ​ການ​ສູງ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ ກາຍເປັນ​ອົງ​ການກວດ​ກາ​ດ້ານ​ການ​ເງິນ​ ຂອງ​ລັດ ​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ​ມີ​ອິດ​ທິ​ພົນຊື່​ສຽງ, ເໝາະ​ສົມ​ກັບ​ບັນ​ດາ​ທຳ​ນຽມ ແລະ ​ມາດ​ຕະ​ຖານ​ສາ​ກົນ​.

        ອົງ​ການກວດ​ສອບ​ບັນ​ຊີ​ ຕ້ອງ​ເຄື່ອນ​ໄຫວ​ເປັນເອ​ກະ​ລາດ, ພຽງ​ແຕ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ. ກວດ​ສອບ​ຫຍັງ, ກວດ​ກາ​ຫຍັງ, ​ ກໍ່​ຕ້ອງ​ບົນ​ພື້ນ​ຖານ​ຂອງ​ກົດ​ໝາຍ ເພື່ອ​ຊີ້​ອອກ​ຖືກ ຫຼື​ ຜິດ . ​ທີ່​ສອງ​​ແມ່ນປະ​ຕິ​ບັດ​ຖືກ​ຕາມ​ຂັ້ນ​ຕອນ, ​ຮັບ​ປະ​ກັນ​ໃຫ້​ການ​ເຄື່ອນ​ໄຫວ​ຢ່າງ​ແໜ້ນ​ແຟ້ນ. ຈາກ​ເລື່ອງ​ຍົກ​​ອອກ​ແຜນ​ການບັນ​ຊີ, ສຳຫຼວດ, ​ຕະຫຼອດ​ຮອດວິ​ວັດ​​ແຫ່ງການກວດ​ສອບ ແລະ ສະຫຼຸບ​ຜົນ​ການ​ກວດ​ສອບ, ແກ້​ໄຂ​ພາຍຫຼັງ​ການກວດ​ສອບ. ​ຂັ້ນ​ຕອນຖືກແລ້ວ ແຕ່​ວ່າ​ຕ້ອງ​​ຖືເອົາ​ປະ​ສິດ​ທິ​ຜົນ, ຄຸນ​ນະ​ພາບ​ເປັນຫຼັກ, ບໍ່​ເຮັດ​ແບບ​ເປັນ​ຮູບການ ແລະ ​ຕ້ອງກວດ​ສອບບັນ​ຫາ​ຢ່າງ​ເຖິງ​ຖອງ.

ຂ່າວ/ບົດ​ອື່ນ