ອົງການຈັດຕັ້ງກຳມະບານ: ບ່ອນອີງທີ່ໝັ້ນຄົງຂອງຊົນຊັ້ນກຳມະກອນຫວຽດນາມ

ອົງການຈັດຕັ້ງກຳມະບານ: ບ່ອນອີງທີ່ໝັ້ນຄົງຂອງຊົນຊັ້ນກຳມະກອນຫວຽດນາມ - ảnh 1
(​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳ​ປະ​ບານ​ຫວຽດນາມ)

(vovworld) –  ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳ​ມະ​ບານ​ຫວຽດນາມ (28/07/1929 – 28/07/2014), ຕອນ​ເຊົ້າ​ວັນ​ທີ 22/06, ຢູ່​ຮ່າ​ໂນ້ຍ ສະຫະພັນໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “85 ປີ​ແຫ່ງ​ວັນ​ກຳມະບານ​ຫວຽດນາມ - ບັນດາ​ຄຸນຄ່າທີ່​ໝັ້ນຄົງ”. ທີ່​ກອງປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຖື​ວ່າ: ຕ້ອງ​ຍົກ​ສູງ​ກຳລັງ​ຄວາມສາມາດ​ຂອງ​ກຳ​ມະຫານ​ຂັ້ນ​ຮາກ​ຖານ; ສຸມ​ໃສ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ພັດທະນາ​ສະມາຊິກ​ກຳມະບານ, ປ່ຽນ​ໃໝ່​ເນື້ອ​ໃນ, ວິທີ​ການ​ບຳລຸງ​ສ້າງ​ພະນັກງານ​ກຳມະບານ. ທ່ານ ຟ້າ​ມ​​ເທ໋​ຢວຽດ, ອະດີດ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ກຳມະບານ​ມີ​ທີ່​ຕັ້ງ​ອັນ​ໃຫຍ່​ຫຼວງ​ທາງ​ດ້ານ​ການ​ເມືອງ ​ໃນ​ການ​ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ກໍ່ສ້າງ​ພັກ. ສະ​ນັ້ນ, ການ​ຮັບ​ຮູ້​ການ​ເມືອງດ້ວຍ​ຕົນ​ເອງຂອງ​ຊົນ​ຊັ້ນ​ຜູ້​ອອກ​ແຮງ​ງານ ​ແລະ ຖື​ລັກສະນະ​ຊົນ​ຊັ້ນ​ກຳມະກອນຕ້ອງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ທີ່​ຕັ້ງ​ຂອງ​ກຳ​ມະ​ບານ ​ແມ່ນ​ຕາງໜ້າ​​ໃຫ້​ຊົນ​ຊັ້ນ​ກຳມະກອນ​ໃນ​ການ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ ບໍ່​ພຽງ​ແຕ່​ເລື່ອງ​ຍົກ​ອອກ​ບັນດາ​ນະ​ໂຍບາຍ​ຢູ່​ຂັ້ນ​ສູນກາງ​ເທົ່າ​ນັ້ນ ຫາກ​ຕ້ອງມີຄວາມໝັ້ນຄົງ​ຈາກ​ທຸກໆ​ຮູບ​ແບບ​ຮາກ​ຖານ, ຮູ້​ໄດ້​ບັນດາ​ສິ່ງ​ທີ່​ຜິດກົດໝາຍ ແລະ ບໍ່​ເໝາະ​ສົມ ​ເພື່ອ​ປະກອບສ່ວນ​ສ້າງ​ນະ​ໂຍບາຍ​ໃຫ້​ຖືກຕ້ອງ ​ແລະ ປົກ​ປ້ອງ​ຄວາມ​ເປັນ​ທຳ​ຂອງ​ກຳມະກອນ”.

ຂ່າວ/ບົດ​ອື່ນ