ອົງການຈັດຕັ້ງກຳມະບານປ່ຽນໃໝ່ວິທີການເຄື່ອນໄຫວ,ຖືຜູ້ອອກແຮງງານເປັນໃຈກາງ

(VOVWORLD) -ຕອນເຊົ້າວັນທີ 23 ກັນຍາ, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ຈັດກອງປະຊຸມຄະນະບໍລິຫານຄັ້ງທີ 13, ຊຸດທີ 11, ປຶກສາຫາລືບັນດາເນື້ອໃນ, ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ກຳມະບານຫວຽດນາມ ຄັ້ງທີ 12 ໃຫ້ສຳເລັດ.

ອົງການຈັດຕັ້ງກຳມະບານປ່ຽນໃໝ່ວິທີການເຄື່ອນໄຫວ,ຖືຜູ້ອອກແຮງງານເປັນໃຈກາງ - ảnh 1ທ່ານ ບຸຍວັນເກື່ອງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ

(ພາບ: TTXVN)

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ຮັບຮອງເອົາບົດລາຍງານຂອງຄະນະບໍລິຫານງານສະຫະພັນໃຫຍ່ແຮງງານຫວຽດນາມ ຊຸດທີ 11 ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 12 ກຳມະບານຫວຽດນາມ; ແຜນການຂອງກອງປະຊຸມໃຫຍ່ຄັ້ງທີ 12 ກຳມະບານຫວຽດນາມ; ບັນຊີລາຍຊື່ບຸກຄະລາກອນຄະນະປະທານ, ຄະນະເລຂາ; ບົດລາຍງານປັບປຸງ, ເພີ່ມເຕີມກົດລະບຽບກຳມະບານຫວຽດນາມ… ນີ້ແມ່ນເຫດການສຳຄັນຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານ, ເປີດສາກໃຫ້ແກ່ໄລຍະພັດທະນາໃໝ່ຂອງອົງການກຳມະບານ. ນະທີ່ນີ້, ທ່ານ ບຸຍວັນເກື່ອງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ໃຫ້ຮູ້ວ່າ, ໃນອາຍຸການ 2018 – 2023, ສະຫະພັນໃຫຍ່ກຳມະບານຫວຽດນາມ ຈະຍົກອອກ 9 ໝວດມາດຕະການແກ້ໄຂ, 3 ຂອດບຸກທະລຸຍຸດທະສາດ. ໃນນັ້ນ 3 ຂອດບຸກທະລຸຄວນໄດ້ຮັບການປະຕິບັດນັ້ນແມ່ນ ປ່ຽນແປງໃໝ່ວິທີການເຄື່ອນໄຫວ, ເອົາໃຈໃສ່ຜົນປະໂຫຍດຂອງສະມາຊິກກຳມະຍານ, ປົກປ້ອງຜູ້ອອກແຮງງານ; ສ້າງຖັນແຖວພະນັກງານກຳມະບານມີຄວາມສາມາດຢ່າງພຽງພໍທຽບເໝາະສົມກັບໜ້າທີ່; ສ້າງແຫຼ່ງກຳລັງດ້ານການເງິນໃຫ້ມີຄວາມເຂັ້ມແຂງຢ່າງພຽງພໍ… ທ່ານບຸ່ຍວັນເກື່ອງ, ກ່າວວ່າ.

        “ພວກເຮົາຫັນປ່ຽນຈຸດສຸມກໍ່ຄືດຶງດູດຜູ້ອອກແຮງງານເປັນຈຳນວນຫຼວງຫຼາຍເຂົ້າຮ່ວມອົງການຈັດຕັ້ງກຳມະບານຫວຽດນາມ ໃນການເປັນຕົວແທນເບິ່ງແຍງ, ປົກປ້ອງຜູ້ອອກແຮງງານ. ສຸມໃສ່ປະຕິບັດໜ້າທີ່ໃຫ້ເປັນຢ່າງດີເພື່ອໃຫ້ຜູ້ອອກແຮງງານເຫັນໄດ້ວ່າ ເຂົ້າຮ່ວມອົງການຈັດຕັ້ງກຳມະບານຫວຽດນາມ ແລ້ວ ຈະໄດ້ຮັບການປົກປ້ອງ, ໄດ້ປະຕິບັດສິດຕາງໜ້າໃຫ້ຕົນ.”

        ກອງປະຊຸມໃຫຍ່ກຳມະບານຫວຽດນາມ ຄັ້ງທີ 12 ຈະດຳເນີນໃນລະຫວ່າງວັນທີ 24 – 26 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ