ອັດກອງປະຊຸມການຕ່າງປະເທດຄັ້ງທີ 30

(VOVWORLD) - ກອງປະຊຸມໄດ້ຍົກອອກຫຼາຍມາດຕະການເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວການຕ່າງປະເທດໃນບັນດາເສົາຄ້ຳຄື: ການເມືອງ - ເສດຖະກິດ ແລະ ການທູດຫຼາຍຝ່າຍ; ຊາຍແດນ, ຜືນແຜ່ນດິນ

ພາຍຫຼັງໂຮມປະຊຸມເປັນເວລາ 5 ວັນຢູ່ຮ່າໂນ້ຍ, ຕອນບ່າຍວັນທີ 17 ສິງຫາ, ກອງປະຊຸມການຕ່າງປະເທດຄັ້ງທີ 30 ໄດ້ອັດລົງຢ່າງເປັນທາງການ. ດ້ວຍ 5 ວາລະປະຊຸມ, ບັນດາຜູ້ແທນໄດ້ຕີລາຄາສູງສະພາບການໂລກ, ພາກພື້ນນັບແຕ່ເມື່ອກອງປະຊຸມການຕ່າງປະເທດຄັ້ງທີ 29 ມາຮອດປະຈຸບັນ, ບັນດາບັນຫາການຕ່າງປະເທດມີຜົນກະທົບອັນໃຫຍ່ຫຼວງເຖິງສະພາບແວດລ້ອມຄວາມໝັ້ນຄົງ - ການພັດທະນາຂອງປະເທດຊາດ; ພ້ອມທັງສະຫລຸບ, ທົບທວນຄືນການຜັນຂະຫຍາຍບັນດາໜ້າທີ່ການຕ່າງປະເທດກອງປະຊຸມໃຫຍ່ສູນກາງພັກຄັ້ງທີ 12 ແລະ ໂຄງການເຄື່ອນໄຫວກອງປະຊຸມການຕ່າງປະເທດຄັ້ງທີ 29; ກຳນົດທິດວຽກງານການຕ່າງປະເທດໃນ 3 ປີຈະມາເຖິງ.

ກອງປະຊຸມໄດ້ຍົກອອກຫຼາຍມາດຕະການເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວການຕ່າງປະເທດໃນບັນດາເສົາຄ້ຳຄື: ການເມືອງ - ເສດຖະກິດ ແລະ ການທູດຫຼາຍຝ່າຍ; ຊາຍແດນ, ຜືນແຜ່ນດິນ, ວັດທະນະທຳ, ຖະແຫຼງຂ່າວຕໍ່ຕ່າງປະເທດ, ວຽກງານຊາວ ຫວຽດນາມ ອາໄລຢູ່ຕ່າງປະເທດ ແລະ ປົກປ້ອງພົນລະເມືອງ.

        ກອງປະຊຸມໄດ້ຍົກອອກໂຄງການເຄື່ອນໄຫວຂອງກອງປະຊຸມການຕ່າງປະເທດຄັ້ງທີ 30 ໃນນັ້ນໄດ້ເນັ້ນໜັກວ່າ, ສືບຕໍ່ປ່ຽນແປງໃໝ່ຈິນຕະນາການໃນວຽກງານການຕ່າງປະເທດ; ສືບຕໍ່ຊາບຊຶມປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫລາຍແບບ, ຫຼາຍຝ່າຍ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ