ອັດກອງປະຊຸມຂະແໜງ ສານ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ


ອັດກອງປະຊຸມຂະແໜງ ສານ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ  - ảnh 1

 ທ່ານ​ເຈືອງ​ຮ່ວາບິ່ງກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ

(ພາບ: vov )

(vovworld)- ​ ​ ກອງ​ປະຊຸມ​ຂະ​ແໜງ​ສານ 3 ປະ​ເທດ ຫວຽດນາມ-​ລາວ-​ກຳປູ​ເຈຍ ລະຫວ່າງ​ບັນດາ​ແຂວງ​ມີ​ເສັ້ນຊາຍ​ແດນ​ຮ່ວມ​ກັນ​ໄດ້​ອັດ​ລົງ​ໃນ​ວັນ​ທີ 26/12 ພາຍຫຼັງ​ດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ ​ແລະ ອອກ​ຖະ​ແຫຼ​ງການ​ຮ່ວມ​ວຽງ​ຈັນ​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ ​ແລະ ສະກັດ​ກັ້ນອາດຊະຍາ​ກຳ​ຂ້າມ​ຊາດ.

  ບັນດາ​ຜູ້​ແທນ​ໄດ້​ວິ​ເຄາະ​ຂໍ້​ສະດວກ, ຄວາມ​ຫຍຸ້ງຍາກ​ ​ແລະ ມາດ​ຕະການ​ແກ້​ໄຂ ເພື່ອ​ປະຕິບັດ​ບັນດາ​ແຈ້ງ​ການ​ລວມຂອງ​ກອງ​ປະຊຸມ​ຄັ້ງກ່ອນຢ່າ​ງມີ​ປະສິດທິ​ຜົນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເຈືອງ​ຮ່ວາບິ່ງ ປະທານ​ສານ ປຊຊ ສູງ​ສຸດ​ຫວຽ​ດນາມ ​ເນັ້ນໜັກ​ວ່າ:

  “ອາດຊະຍາກຳຂ້າມຊາຍແດນມີການຈັດຕັ້ງປະເພດຕ່າງໆພວມມີການຜັນແປໄປຢ່າງສັບສົນແລະ ຜິດປົກກະຕິ, ຍາກທີ່ຈະຄາດຄະເນໄດ້ ພ້ອມທັງປະກົດຕົວອາດຊະຍາກຳໃໝ່ຫຼາຍປະເພດ. ອາດຊະຍາກຳໃໝ່ເຮັດໃຫ້ສະພາບການນັບມື້ນັບສັບສົນຂຶ້ນຕື່ມ​. ​ໃນສະພາບການນັ້ນ, ການຮ່ວມມືລະຫວ່າງຂະແໜງສານບັນດາປະເທດ​​ໃນໂລກນັບມື້ນັບມີທີ່ຕັ້ງແລະ ບົດບາດສຳຄັນ“.

   ​ເນື່ອງ​ໃນ​ໂອກາດ​ນີ້, ຕອນ​ບ່າຍ​ຂອງ​ວັນ​ທີ 26/12, ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ລາວ ຈູ​ມມາລີ ​ໄຊຍະ​ສອນ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ​ເຈືອງ​ຮ່ວາບິ່ງ ປະທານ​ສານ ປຊຊ ສູງ​ສຸດ​ຫວຽ​ດນາມ. ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ລາວ ຈູ​ມມາລີ ​ໄຊຍະ​ສອນສະ​ແດງ​ຄວາມ​ປາດ​ຖະໜາ ​ຢາກ​ໃຫ້​ສອງ​ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ, ​ໂດຍ​ສະ​ເພາະ​ແມ່ນຂະ​ແໜງ​ສານ​ຫວຽດນາມ​ໃຫ້​ການ​ຊ່ວຍ​ຂະ​ແໜງ​ສານລາວມີ​ແຫຼ່ງຊັບພະຍາກອນ​ມະນຸດ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ./.

 

ຂ່າວ/ບົດ​ອື່ນ