ອັດກອງປະຊຸມຄັ້ງທີ 11 ກຸ່ມກາງສະໄໝເວທີປາໄສພາກພື້ນ ອາຊຽນ ກ່ຽວກັບຄວາມໝັ້ນຄົງທະເລ

(VOVWORLD) - ກອງປະຊຸມຄັ້ງທີ 11 ກຸ່ມກາງສະໄໝເວທີປາໄສພາກພື້ນ ອາຊຽນ ກ່ຽວກັບຄວາມໝັ້ນຄົງທະເລ ໂດຍ ຫວຽດນາມ, ອົດສະຕາລີ ແລະ ສະຫະພາບ ເອີຣົບ (ອີຢູ) ເປັນປະທານຮ່ວມຈັດຕັ້ງໄດ້ສິ້ນສຸດລົງຢູ່ນະຄອນ ດ່າໜັງ
ອັດກອງປະຊຸມຄັ້ງທີ 11 ກຸ່ມກາງສະໄໝເວທີປາໄສພາກພື້ນ ອາຊຽນ ກ່ຽວກັບຄວາມໝັ້ນຄົງທະເລ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: nhandan.com.vn)

ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ຕອນຄ່ຳວັນທີ 15 ມີນາ, ກອງປະຊຸມຄັ້ງທີ 11 ກຸ່ມກາງສະໄໝເວທີປາໄສພາກພື້ນ ອາຊຽນ ກ່ຽວກັບຄວາມໝັ້ນຄົງທະເລ ໂດຍ ຫວຽດນາມ, ອົດສະຕາລີ ແລະ ສະຫະພາບ ເອີຣົບ (ອີຢູ) ເປັນປະທານຮ່ວມຈັດຕັ້ງໄດ້ສິ້ນສຸດລົງຢູ່ນະຄອນ ດ່າໜັງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູໂຮ່, ຫົວໜ້າກົມ ອາຊຽນ ສັງກັດກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        ມີຄວາມແຕກຕ່າງກັນຫລາຍຢ່າງໃນການຕີລາຄາ, ການສຳພັດກັບບັນຫາຢູ່ທະເລ, ເປັນຕົ້ນແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຂັດແຍ້ງເຂດນ້ຳດິນແດນຢູ່ທະເລ. ເຖິງຢ່າງໃດກໍ່ຕາມ, ຄຳຄິດເຫັນລວມລ້ວນແຕ່ຖືວ່າ: ບັນດາການຂັດແຍ້ງກັນຕ້ອງໄດ້ຮັບການຄວບຄຸມ ແລະ ແກ້ໄຂໂດຍອີງຕາມກົດໝາຍສາກົນ, ສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982. ບັນດາປະເທດກໍ່ເອົາໃຈໃສ່ເຖິງວິວັດທະນາການເຈລະຈາລະຫວ່າງ ອາຊຽນ ແລະ ຈີນ ກ່ຽວກັບການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

ຕອບກັບ

ຂ່າວ/ບົດ​ອື່ນ