ອັດກອງປະຊຸມຄັ້ງທີ 27 ຄະນະປະຈຳສະພາແຫ່ງຊາດຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 20 ກັນຍາ ກອງປະຊຸມຄັ້ງທີ 27 ຂອງ ຄະນະປະຈຳສະພາແຫ່ງຊາດ ໄດ້ອັດລົງ. ພາຍຫລັງເຮັດວຽກມາເປັນເວລາ 9 ວັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ສຳເລັດກອງປະຊຸມຄັ້ງທີ 27 ເພື່ອໃຫ້ຄຳເຫັນໃສ່ ຮ່າງກົດໝາຍ 9 ສະບັບ, ດ້ວຍຫລາຍເນື້ອໃນສຳຄັນ ແລະ ຮັບຮອງເອົາບາງມະຕິກ່ຽວກັບບັນດາບັນຫາຂຶ້ນກັບສິດອຳນາດ.

ກ່າວຄຳເຫັນອັດກອງປະຊຸມ, ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ສະເຫນີ ລັດຖະບານ, ຄະນະປະຈຳ ບັນດາກຳມາທິການຂອງສະພາແຫ່ງຊາດ, ເລຂານຸການສະພາແຫ່ງຊາດ ແລະ ບັນດາອົງການກ່ຽວຂ້ອງ ຈົ່ງຄົ້ນຄ້ວາ, ຮັບເອົາຄຳເຫັນທີ່ກອງປະຊຸມ ສືບຕໍ່ສຳເລັດບັນດາບົດລາຍງານ, ຮ່າງກົດໝາຍເພື່ອປະຕິບັດບັນດາຂັ້ນຕອນຕໍ່ໄປ ຫລື ສົ່ງເຖິງບັນດາສະມາຊິກສະພາແຫ່ງຊາດ ກ່ອນດຳເນີນສະໄຫມປະຊຸມຄັ້ງຕໍ່ໄປ, ພ້ອມທັງສ້າງສຳເລັດຮ່າງບັນດາມະຕິເພື່ອຍື່ນສະເຫນີເຊັນປະກາດໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ