ອັດກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ກ່ຽວກັບການຄຸ້ມຄອງໄພທຳມະຊາດ

(VOVWORLD) -ຕອນເຊົ້າວັນທີ 22 ກັນຍາ, ໃນມື້ເຮັດວຽກທີ 2 ຂອງກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສກ່ຽວກັບການຄຸ້ມຄອງໄພທຳມະຊາດຄັ້ງທີ 11 ຖືກດຳເນີນຢູ່ນະຄອນວິງ, ແຂວງ ເງະອານ

ອັດກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ກ່ຽວກັບການຄຸ້ມຄອງໄພທຳມະຊາດ - ảnh 1 ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສກ່ຽວກັບການຄຸ້ມຄອງໄພທຳມະຊາດຄັ້ງທີ 11

ຖືກດຳເນີນຢູ່ນະຄອນວິງ, ແຂວງ ເງະອານ

(ພາບ: TTXVN)

ຜູ້ຕາງໜ້າບັນດາພື້ນຖານເສດຖະກິດ APEC ພ້ອມກັນແບ່ງປັນຂໍ້ມູນຂ່າວກ່ຽວກັບການພັດທະນາລະບົບໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ນຳໃຊ້ບັນດາການປ່ຽນໃໝ່ດ້ານວິທະຍາສາດ, ເຕັກໂນໂລຊີເພື່ອຮັບມືກັບສະພາບໄພທຳມະຊາດນັບມື້ນັບສັບສົນ, ບໍ່ສາມາດຄາດຄະເນລ່ວງໜ້າໄດ້. ທ່ານ ເຈີ່ນແທງຮ່ວາຍ, ຫົວໜ້າກົມປ້ອງກັນ, ຕ້ານໄພທຳມະຊາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ແບ່ງປັນວ່າ.

        “ໃນໄລຍະມໍ່ໆມານີ້, ສື່ສານຂອງພວກເຮົາໄດ້ຂະຫຍາຍຢ່າງແຮງ ເຖິງປະຊາຄົມຢູ່ເຂດຫ່າງໄກ່ຊອກຫຼິກ. ພວກເຮົາພວມນຳໃຊ້ບັນດາເຕັກໂນໂລຊີເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດຄື ສະໜອງຂໍ້ມູນຂ່າວຜ່ານລະບົບເຄື່ອນຂ່າຍຕ່າງໆ. ກົມໃຫຍ່ພວມພິຈາລະນາເລື່ອງນຳໃຊ້ສ່ືສັງຄົມຄື Facebook ແລະ ບັນດາເຄືອຂ່າຍອື່ນ ເພື່ອເຮັດແນວໃດສົ່ງຂໍ້ມູນຂ່າວເຖິງປະຊາຊົນໄວທີ່ສຸດ, ກໍຄືຮັບເອົາຂໍ້ມູນຂ່າວຈາກປະຊາຊົນທີ່ສົ່ງເຖິງບັນດາອົງການສູນກາງ ແລະ ບັນດາອົງການປ້ອງກັນ, ຕານໄພທຳມະຊາດຢູ່ທ້ອງຖິ່ນຕ່າງໆ ເພື່ອ ກຳແໜ້ນສະພາບຂອງປະຊາຊົນຢູ່ບັນດາເຂດຕ້ອງໄດ້ຮັບການໜູນຊ່ວຍ ເມື່ອເກີດໄພທຳມະຊາດແຕ່ລະຄັ້ງ”.

        ໃນວາລະອັດກອງປະຊຸມຕອນເຊົ້າວັນທີ 22 ກັນຍາ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບນຳກັນຕໍ່ເອກະສານ “ຂໍ້ສະເໜີລວມ” ຝາກເຖິງການນຳບັນດາພື້ນຖານເສດຖະກິດ APEC ເພື່ອເອົາໃຈໃສ່, ຊຸກຍູ້ບັນດາການເຄື່ອນໄຫວເພີ່ມທະວີການຮ່ວມມືພັດທະນາ ແລະ ປ່ຽນໃໝ່ເຕັກໂນໂລຊີທີ່ກ້າວໜ້າ, ໜູນຊ່ວຍວຽກງານປ້ອງກັນ, ຕ້ານໄພທຳມະຊາດລະຫວ່າງເຂດຢູ່ບັນດາພື້ນຖານເສດຖະກິດ APEC ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ