ອັດກອງປະຊຸມວົງແຄບລັດຖະມົນຕີວ່າການກະຊວງການຕ່າງປະເທດອາຊຽນຢູ່ລາວ

ອັດກອງປະຊຸມວົງແຄບລັດຖະມົນຕີວ່າການກະຊວງການຕ່າງປະເທດອາຊຽນຢູ່ລາວ - ảnh 1

(vovworld) –  ວັນ​ທີ 27/2, ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ ປີ 2016 ​ໄດ້​ອັດ​ລົງ​ຢູ່​ນະຄອນຫຼວງ ວຽງ​ຈັນ. ນີ້​ແມ່ນ​ກອງ​ປະຊຸມ ອາ​ຊຽນ ຄັ້ງ​ທຳ​ອິດ​​ໃນ​ປີປະທານ ອາ​ຊຽນ 2016 ຂອງ ລາວ ​ແລະ​ ກໍ​ແມ່ນ​ກອງ​ປະຊຸມ​ທຳ​ອິດ​ຂອງ ອາ​ຊຽນ ພາຍຫຼັງ ອາ​ຊຽນ ສ້າງ​ຕັ້ງ​ປະຊາ​ຄົມ​ໃນ​ວັນ​ທີ 31/12/2015 ​ແລະ ຮັບຮອງ​ເອົາ​ວິ​ໄສ​ທັດ ອາ​ຊຽນ 2025, ​ເພື່ອ​ແນ​ໃສ່​ກຳນົດ​ທິດ​​ໃຫ້​ແກ່​ການ​ຮ່ວມ​ມື ອາ​ຊຽນ ​ໃນ​ປີ 2016, ນຳ ອາ​ຊຽນ ກ້າວ​ເຂົ້າ​ສູ່​ໄລຍະ​ເຊື່ອມ​ຈອດ​​ໃໝ່​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ກ່ວາ. ບັນ​ດາ​ປະ​ເທດ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສຸມ​ໃສ່​ຊຸກຍູ້​ການ​ຮ່ວມ​ມື ​ແລະ ​ເຊື່ອມ​ຕໍ່ ອາ​ຊຽນ ​ໃນ​ທັງ 3 ​ເສົາ​ຄຳ້​ດ​້ວຍບັນດາ​ໝາກຜົນ​ແທດ​ຈິງ ​ແລະ ລະອຽດ, ປັບປຸງ​ຄວາມ​ສາມັກຄີ, ​ເປັນ​​ເອກະ​ພາບ​ຂອງ ອາຊຽນ, ​ເສີມ​ຂະ​ຫຍາ​ຍບົດ​ບາດ​ໃຈກາງ​ຂອງ ອາ​ຊຽນ​ໃນ​ການ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ, ຍູ້​ແຮງ​ການ​ໂອ້​ລົມ​ສົນທະນາ, ຮ່ວມ​ມື, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ… ກ່ຽວ​ຂ້ອງ​ເຖິງ​ການ​ພົວພັນ​ຄູ່​ເຈລະຈາ, ບັນດາ​ປະ​ເທດ​ເຫັນ​ດີ​ເປັນ​ເອກະສັນ​ຄວນ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ຢ່າງ​ແທດ​ຈິງ, ສົ່ງ​ເສີມ​ບັນດາ​ຄູ່​ຮ່ວມ​ມື​ເຂົ້າ​ຮ່ວມ, ປະກອບສ່ວນ​ສ້າງ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ຄວາມ​ສົນ​ໃຈ ​ແລະ ຜົນ​ປະ​ໂຫຍ​ດລວມຢູ່​ພາກ​ພື້ນ ກໍ່​ຄື​ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້​ວິວັດ​ທະ​ນາ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ. ບັນດາ​ລັດຖະມົນຕີ ​​ໄດ້​​ແລກປ່ຽນ​ຫຼາຍ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ສະພາບ​ການ ສປປ ​ເກົາ​ຫຼີ, ທະ​ເລ​ຕາ​ເວັນ​ອອກ, ບັນດາ​ການ​ທ້າ​ທາຍ​ບໍ່​ມີ​ເຄີຍ​ມາ​ກ່ອນ​ຄື: ກໍ່​ການ​ຮ້າຍ, ຄວາມ​ ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ…

 


ຂ່າວ/ບົດ​ອື່ນ