ອັດກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14

(VOVWORLD) -ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 ໄດ້ອັດລົງຢ່າງເປັນທາງການໃນຕອນບ່າຍວັນທີ 24 ພິຈິກ, ຢູ່ ຮ່າໂນ້ຍ, ພາຍຫຼັງເຮັດວຽກມາເປັນເວລາ 1 ເດືອນ.
ອັດກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ)

ເຂົ້າຮ່ວມວາລະປິດມີທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈິ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ພ້ອມກັບບັນດານັກປະຕິວັດຜູ້ອາວຸໂສ, ບັນດາສະມາຊິກສະພາແຫ່ງຊາດ.

        ກ່າວຄວາມເຫັນທີ່ວາລະອັດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 ໄດ້ສຳເລັດເນື້ອໃນລາຍການທີ່ໄດ້ວາງອອກ. ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາ ກົດໝາຍ 6 ສະບັບທີ່ມີຄວາມໝາຍສຳຄັນຕໍ່ການພັດທະນາປະເທດຊາດ. ສະພາແຫ່ງຊາດກໍ່ໄດ້ປຶກສາຫາລື ແລະ ໃຫ້ຄຳເຫັນໃສ່ຮ່າງກົດໝາຍອື່ນ 9 ສະບັບ ເພື່ອສືບຕໍ່ຫັນລັດຖະທຳມະນູນປີ 2013 ເປັນລະບອບລະບຽບການ. ປັບປຸງລະບົບກົດໝາຍກ່ຽວກັບລະບອບ ລະບຽບການເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສິດຂອງມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ປ້ອງກັນ, ຕ້ານການລະເມີດກົດໝາຍ, ການສໍ້ລາດບັງຫຼວງ, ການຟຸມເຟືອຍ.

        ສະພາແຫ່ງຊາດກໍ່ໄດ້ພິຈາລະນາບົດລາຍງານສຳຄັນຫຼາຍບົດ ກໍ່ຄືຮັບຮອງເອົາມະຕິສຳຄັນຈຳນວນໜຶ່ງ, ໃນນັ້ນມີບັນດານະໂຍບາຍບຸກທະລຸ, ມີການກະທົບຢ່າງໃຫຍ່ຫຼວງເຖິງການພັດທະນາເສດຖະກິດສັງຄົມຂອງປະເທດ.

        ແລະກໍ່ຢູ່ທີ່ ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14, ການເຄື່ອນໄຫວຊັກຖາມຂອງສະພາແຫ່ງຊາດໄດ້ສຸມໃສ່ບັນດາຂົງເຂດການເງິນ, ທະນາຄານ, ຖະແຫຼງຂ່າວສື່ສານ, ການພິພາກສາ, ບັນດາບັນຫາທີ່ກ່ຽວຂ້ອງເຖິງວຽກງານບໍລິຫານຂອງລັດຖະບານ. ຕີລາຄາກ່ຽວກັບຄຸນນະພາບການຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຢືນຢັນວ່າ:

        “ວາລະ ຊັກຖາມ ແລະ ຕອບຄຳຊັກຖາມ  ໄດ້ດຳເນີນໃນບັນຍາກາດສ້າງສັນ, ປະຊາທິປະໄຕ, ໂຕ້ວາທີຢ່າງຟົດຟື້ນ, ໄດ້ເຮັດແຈ້ງໜ້າທີ່ຮັບຜິດຊອບຂອງຜູ້ຊັກຖາມ, ພ້ອມທັງເຫັນໄດ້ຄວາມສາມາດຂອງສະມາຊິກສະພາແຫ່ງຊາດໄດ້ຮັບການເສີມຂະຫຍາຍ. ການຕອບຄຳຊັກຖາມແມ່ນກົງໄປກົງມາ, ເຮັດແຈ້ງບັນຫາ ແລະຍົກອອກບັນດາມາດຕະການແກ້ໄຂໂດຍພື້ນຖານ, ອັນໄດ້ຮັບຄວາມເຫັນອົກເຫັນໃຈຈາກສະມາຊິກສະພາແຫ່ງຊາດ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ມີສິດເລືອກຕັ້ງໃນທົ່ວປະເທດ“.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ຮັບຮູ້ຈິດໃຈປ່ຽນໃໝ່, ແລະມີຫົວຄິດປະດິດສ້າງ ສືບຕໍ່ໄດ້ຮັບການສະແດງອອກທີ່ກອງປະຊຸມຄັ້ງນີ້.

        ກ່ຽວກັບໜ້າທີ່ພາຍຫຼັງກອງປະຊຸມຄັ້ງນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີບັນດາສະມາຊິກສະພາແຫ່ງຊາດມີຄວາມຕັ້ງໜ້າ, ເປັນເຈົ້າການກວ່າອີກໃນວຽກງານສ້າງກົດໝາຍ, ຕິດຕາມກວດກາ, ຈັດຕັ້ງບັນດາການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ, ຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ; ຄົ້ນຄ້ວາ, ຊອກຫາ, ກຳແໜ້ນພຶດຕິກຳຕົວຈິງໃນຊີວິດສັງຄົມເພື່ອສ່ອງແສງຢ່າງທັນການ, ສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ