ອັດກອງປະຊຸມສຳມະນາສາກົນຄັ້ງທີ 9 ກ່ຽວກັບທະເລຕາເວັນອອກ: ມຸ່ງໄປເຖິງເຂດທະເລ “ສະຫຼາດ”

(VOVWORLD) - ກອງປະຊຸມສຳມະນາໄດ້ປຶກສາຫາລືຢ່າງເລິກເຊິ່ງ ແລະ ມີຄຸນຄ່າກ່ຽວກັບຫຼາຍແງ່ມູມຢູ່ທະເລຕາເວັນອອກ, ປະກອບສ່ວນບັນລຸໄດ້ບັນດາຄວາມຮັບຮູ້ລວມກ່ຽວກັບເປົ້າໝາຍມຸ່ງໄປເຖິງເຂດທະເລ “ສະຫຼາດ”
ອັດກອງປະຊຸມສຳມະນາສາກົນຄັ້ງທີ 9 ກ່ຽວກັບທະເລຕາເວັນອອກ: ມຸ່ງໄປເຖິງເຂດທະເລ “ສະຫຼາດ” - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ຕອນບ່າຍວັນທີ 28 ພະຈິກ, ກອງປະຊຸມສຳມະນາສາກົນຄັ້ງທີ 9 ກ່ຽວກັບທະເລຕາເວັນອອກ ດ້ວຍຫົວຂໍ້ “ທະເລຕາເວັນອອກ: ຮ່ວມມືເພື່ອຄວາມໝັ້ນຄົງ ແລະ ພັດທະນາພາກພື້ນ” ໂດຍສະຖາບັນການຕ່າງປະເທດ (DAV), ກອງທຶນໜູນຊ່ວຍຄົ້ນຄ້ວາທະເລຕາເວັນອອກ (FESS) ແລະ ສະມາຄົມທະນາຍຄວາມ ຫວຽດນາມ (VLA) ຈັດຕັ້ງໄດ້ສິ້ນສຸດລົງ. ກ່າວຄຳເຫັນທີ່ພິທີອັດກອງປະຊຸມສະມຳນາ, ທ່ານ ຫງວຽນຫວູຕູ່ງ, ຮອງສາດສະດາຈານ - ປອ, ຜູ້ອຳນວຍການສະຖາບັນການຕ່າງປະເທດ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ກອງປະຊຸມສຳມະນາໄດ້ປຶກສາຫາລືຢ່າງເລິກເຊິ່ງ ແລະ ມີຄຸນຄ່າກ່ຽວກັບຫຼາຍແງ່ມູມຢູ່ທະເລຕາເວັນອອກ, ປະກອບສ່ວນບັນລຸໄດ້ບັນດາຄວາມຮັບຮູ້ລວມກ່ຽວກັບເປົ້າໝາຍມຸ່ງໄປເຖິງເຂດທະເລ “ສະຫຼາດ”. ທ່ານຮອງສາດສະດາຈານ - ປອ ຫງວຽນຫວູຕູ່ງ, ໃຫ້ຮູ້ວ່າ:

        “ນີ້ບໍ່ແມ່ນບັນຫາໃໝ່ ແຕ່ຕ້ອງອີງໃສ່ 2 ຢ່າງເຊິ່ງບັນດານັກຮຽນຮູ້ເຄີຍເນັ້ນໜັກ. ທີ 1 ແມ່ນເຈດຈຳນົງດ້ານການເມືອງ ແລະ ທີສອງແມ່ນຄວາມໄວ້ເນື້ອເຊື່ອໃຈ. ຖ້າມີ 2 ສິ່ງດັ່ງກ່າວນັ້ນ, ບັນດາການຮ່ວມມືກາຍເປັນໂຄງການລະອຽດ ແລະ ບັນດາໂຄງການລະອຽດນີ້ໄດ້ກັບຄືນເຮັດໃຫ້ເຈດຈຳນົງດ້ານການເມືອງແຂງແຮງກ່ວາ, ມີຄວາມໄວ້ເນື້ອເຊື່ອໃຈຫຼາຍກ່ວາ ແລະ ມັນຄືວິວັດການເຮັດໃຫ້ສະພາບການຢ່າງໜ້ອຍສຸດກໍ່ສາມາດຄຸ້ມຄອງໄດ້.”

ຕອບກັບ

ຂ່າວ/ບົດ​ອື່ນ