ອັດກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນຂັ້ນສູງ APEC (SFOM)

(VOVWORLD) -ພາຍຫຼັງເຮັດວຽກຢ່າງຕັ້ງໜ້າ ແລະ ມີປະສິດທິຜົນມາເປັນເວລາ 2 ວັນ, ວັນທີ 19 ພຶດສະພາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນຂັ້ນສູງ APEC (SFOM) ໄດ້ອັດລົງ. ບັນດາໝາກຜົນສຳຄັນຂອງກອງປະຊຸມນີ້ຈະໄດ້ລາຍງານທີ່ກອງປະຊຸມລັດຖະມົນຕີການຄ້າ APEC ເຊິ່ງຄາດວ່າຈະດຳເນີນໃນເດືອນ ຕຸລາ ຈະມາເຖິງ.

ອັດກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນຂັ້ນສູງ APEC (SFOM) - ảnh 1 (ອັດກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນຂັ້ນສູງ APEC (SFOM)

ກ່ອນໜ້ານັ້ນ, ໃນວາລະປຶກສາຫາລືຕອນເຊົ້າວັນທີ 19 ພຶດສະພາ ກ່ຽວກັບການເງິນ ແລະ ປະກັນໄພຈາກໄພທຳມະຊາດ, ບັນດາຜູ້ແທນໄດ້ແລກປ່ຽນບັນດາຂໍ້ສະເໜີກ່ຽວກັລນະໂຍບາຍທີ່ກ່ຽວຂ້ອງເຖິງການຄຸ້ມຄອງການເງິນຮັບມືກັບຄວາມສຽງຈາກໄພທຳມະຊາດ, ພິເສດແມ່ນບັນດາບົດຮຽນພຶດຕິກຳຕົວຈິງກ່ຽວຂ້ອງເຖິງການສ້າງບັນດາມາດຕະການການເງິນຮັບມືກັບຄວາມສຽງຈາກໄພທຳມະຊາດ, ສ້າງແຜນການງົບປະມານໃຫ້ບັນດາສະພາບການສົມມຸດ, ສ້າງຕັ້ງບັນດາຊ່ອງສິ້ນເຊື່ອສຳຮອງ…

        ທີ່ວາລະປຶກສາຫາລືກ່ຽວກັບການເງິນຮອບດ້ານ - ການເງິນໃຫ້ກະສິກຳ, ຊົນນະບົດ, ກອງປະຊຸມໄດ້ສັງເກດບັນດາສິ່ງທ້າທາຍ ແລະ ຍົກອອກບັນດາທິດເພີ່ມທະວີຄວາມສາມາດສຳພັດກັບການເງິນເຂດຊົນນະບົດ ເພື່ອແນໃສ່ໜູນຊ່ວຍການປັບປຸງສະພາບອຶດຫິວທຸກຍາກຢູ່ເຂດນີ້.

        ສ່ວນວາລະປຶກສາສຸດທ້າຍ, ກອງປະຊຸມໄດ້ຮັບຟັງບັນດານັກປາຖະກະຖາອັບເດັດຄວາມຄືບໜ້າໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນ APEC, ລວມມີ ຄວາມຄືນໜ້າໃນການຜັນຂະຫຍາຍຂໍ້ລິເລີ່ມຂັ້ນຕອນຍົກສູງລັກສະນະແກ່ງແຍ້ງຂອງການບໍລິການໃນ APEC, ຂໍ້ລິເລີມບຳລຸງສ້າງພະນັກງານຄຸ້ມຄອງການເງິນໃນ APEC, ຂໍ້ລິເລີມຮັບຮູ້ເຊິ່ງກັນ ແລະ ກັນກ່ຽວກັບການບໍລິການຄຸ້ມຄອງມກອງທຶນ ແລະ ອັບເດັດບັນດາການເຄື່ອນໄຫວຂອງ ABAC.

ຕອບກັບ

ຂ່າວ/ບົດ​ອື່ນ