ອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມພຸດທະສາສະໜາຫວຽດນາມຄັ້ງທີ 8

(VOVWORLD) -ຕອນບ່າຍວັນທີ 22 ພະຈິກ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມພຸດທະສາສະໜາຫວຽດນາມຄັ້ງທີ 8 ອະຍຸການ 2017 – 2020 ໄດ້ອັດລົງແລ້ວ ດ້ວຍຜົນສຳເລັດອັນຈົບງາມ
ອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມພຸດທະສາສະໜາຫວຽດນາມຄັ້ງທີ 8 - ảnh 1 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມພຸດທະສາສະໜາຫວຽດນາມຄັ້ງທີ 8

ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ກອງປະຊຸມໃຫຍ່ໄດ້ປຶກສາຫາລື, ເປັນເອກະສັນກັນຮັບຮອງເອົາໂຄງການດຳເນີນງານຂອງສາສະໜາພຸດອາຍຸການທີ 8 ດ້ວຍ 9 ຈຸດໝາຍ. ໃນນັ້ນມີໜ້າທີ່ຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳສາສະໜາພຸດຫວຽດນາມ, ຮັບປະກັນມີການສືບທອດລະຫວ່າງມູນເຊື້ອ ແລະ ທັນສະໄໝ, ປະກອບສ່ວນເຂົ້າໃນການສ້າງພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດໃນໄລຍະເຊື່ອມໂຍງເຂົ້າກັບສາກົນ. ກອງປະຊຸມໃຫຍ່ໄດ້ເລື່ອນຊັ້ນຕຳແໜ່ງໃຫ້ແກ່ 27 ສະມາຊິກໃນສະພາສົງ ແລະ ເລືອກຕັ້ງ 270 ສະມາຊິກ ໃນສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ. ພະອາຈານມະຫາ ທິກໂຝເຕ້ວ ສືບຕໍ່ເປັນສາດສະດາ ສະມາຄົມພຸດທະສາສະໜາຫວຽດນາມ, ພະອາຈານມະຫາ ທິກຖ້ຽນເຍີນໄດ້ຮັບເລືອກຕັ້ງຄືນເປັນປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ອາຍຸການ 2017-2020. ກ່າວຄຳເຫັນອັດກອງປະຊຸມໃຫຍ່, ພະອາຈານມະຫາ ທິກແທງຍ້ຽວ ຮອງປະທານຜູ້ປະຈຳການ ສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມຢືນຢັນວ່າ : 

    “ ດ້ວຍຈິດໃຈພູມປັນຍາ-ລະບຽບວິໄນ-ເຊື່ອມໂຍງ- ພັດທະນາ, ກອງປະຊຸມໃຫຍ່ໄດ້ສຸມໃສ່ເປົ້າໝາຍຍົກສູງຄຸນນະພາບຖັນແຖວບຸກຄະລາກອນໃນ ສະພາບໍລິຫານງານ, ຊຶ່ງໄດ້ຮັບຖືວ່າ ແມ່ນໜ້າທີ່ຈຸດສຸມຂອງສະມາຄົມພຸດທະສາສະໜາຫວຽດນາມ. ສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມຊຸດທີ 8 ແມ່ນໝູ່ຄະນະສາມັກຄີ, ປອງດອງ, ເຂັ້ມແຂງໃນການບໍລິຫານວຽກງານສາສະໜາພຸດ, ຮັບປະກັນການນຳພາຢ່າງຮອບດ້ານ, ມີລະດັບວິຊາສະເພາະ, ມີຄຸນສົມບັດ, ສາມາດເຕົ້າໂຮມສາມັກຄີໃນໝູ່ພະສົງສຳມະເນັນ, ມີຈິດໃຈຮັບຜິດຊອບ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ໃນໄລຍະເຊື່ອມໂຍງ ແລະ ພັດທະນາ”

ຕອບກັບ

ຂ່າວ/ບົດ​ອື່ນ