ອັດການໂອ້ລົມສົນທະນາ ອາຊຽນ-ອິນເດຍ ຄັ້ງທີ 7

ອັດການໂອ້ລົມສົນທະນາ ອາຊຽນ-ອິນເດຍ ຄັ້ງທີ 7 - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ອິນ​ເດຍ, ​
​ຮັບຜິດຊອບ​ກ່ຽວ​ກັບ​ທິດຕາ​ເວັນ​ອອກ Anil Wadhwa
(ພາບ: TTXVN)

(vovworld) – ຕອນ​ບ່າຍວັນ​ທີ 12/3, ການ​ໂອ້​ລົມ​ສົນທະນາ ອາ​ຊຽນ-ອິນ​ເດຍ ຄັ້ງ​ທີ 7 ​ໄດ້​ອັດລົງ​​ພາຍຫຼັງ​ເຮັດ​ວຽກມາ​ເປັນ​ເວລາ  2 ວັນ. ກ່າວ​ຄຳ​ເຫັນ​ອັດ​ວາລະ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ອິນ​ເດຍ, ​ ​ຮັບຜິດຊອບ​ກ່ຽວ​ກັບ​ທິດຕາ​ເວັນ​ອອກ Anil Wadhwa ຊີ້​ແຈ້ງວ່າ: ອິນ​ເດຍ ​ແລະ ອາ​ຊຽນ ພ້ອມ​ກັນ​ແບ່ງປັນ​ວິ​ໄສ​ທັດ ກ່ຽວ​ກັບ ອາຊີ ​ແຫ່ງສັນຕິພາບ, ວັດ​ທະນາ​ຖາວອນ ​ແລະ ຟື້ນນຕົວ, ປະກອບສ່ວນ​ເພີ່ມ​ທະວີ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ທົ່ວ​ໂລກ. ທ່ານ ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຫັນ​ວິ​ໄສ​ທັດ​ນີ້​​ເປັນຄວາມ​ຈິງ ​ແລະ ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ-ອິ​ເດຍ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

        ​ເມື່ອ​ຕອບ​ສຳພາດ​ຕໍ່​ສຳນັກ​ຂ່າວສານ ຫວຽດນາມ ຢູ່ນອກ​ການ​ໂອ້​ລົມ​ສົນທະນາ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ ​ໂຕນ​ຊີງ​ແທ່ງ, ຫົວໜ້າ​ຄະນະ​ຜູ້​ແທນ​ ຫວຽດນາມ, ​ໃຫ້​ຮູ້​ວ່າ: ການ​ໂອ້​ລົມ​ສົນທະນາ​ຄັ້ງ​ນີ້, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ບັນດາ​ກາລະ​ໂອກາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ-ອິ​ເດຍ ​ເມື່ອ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ທ້າຍ​ປີ 2015, ຫຼື​ຈາກ​ໂຄງການ​ປະຕິ​ຮູບ​ຂອງ ອິນ​ເດຍ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Nerendra Modi ປຸກລະດົມ.

ຂ່າວ/ບົດ​ອື່ນ