ອັດງານມະຫາກຳກິລາ ASEAN Para Games 9: ເຊີດຊູຄົນພິການ

(VOVWORLD) -  ຕອນຄ່ຳວັນທີ 23 ກັນຍາ, ພາຍຫຼັງດຳເນີນການແຂ່ງຂັນຢ່າງຟົດຟື້ນມາເປັນເວລາ 1 ອາທິດ, ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ສຳລັບຄົນພິການ (ASEAN Para Games) ຄັ້ງທີ 9 ໄດ້ອັດລົງຢ່າງດີງາມ. 
ອັດງານມະຫາກຳກິລາ ASEAN Para Games 9: ເຊີດຊູຄົນພິການ - ảnh 1 ພິທີອັດງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ສຳລັບຄົນພິການ 

ພິທີອັດໄດ້ຮັບການຈັດຕັ້ງຢູ່ ສະໜາມບິນແຫ່ງຊາດ Bukit Jalil ຢູ່ນະຄອນຫຼວງ Kuala Lumpur, ປະເທດ ມາເລເຊຍ. ພາຍຫຼັງພິທີເດີນຂະບວນຂອງບັນດາຄະນະເຂົ້າຮ່ວມ, ບັນດານັກສິລະປິນຂອງປະເທດເຈົ້າພາບໄດ້ສະແດງລາຍການສິລະປະ ໃນທາມກາງສຽງດົນຕີທີ່ຟົດຟື້ນ. ກໍ່ທີ່ພິທີອັດ ໄດ້ຈັດຕັ້ງພິທີມອບທຸງໃຫ້ປະເທດ ຟີລິບປິນ, ປະເທດເຈົ້າພາບຈັດຕັ້ງ SEA Games ຄັ້ງທີ 30 ແລະ ASEAN Para Games ຄັ້ງທີ 10.

        ທີ່ງານມະຫາກຳກິລາຄັ້ງນີ້, ນັກກິລາ ຫວຽດນາມ 142 ຄົນໄດ້ແຂ່ງຂັນໃນ 158 ລາຍການ. ເມື່ອ  ASEAN Para Games ຄັ້ງທີ 9 ສິ້ນສຸດລົງ, ຄະນະນັກກິລາ ຫວຽດນາມ ຍື່ນອັນດັບທີ 4 ທົ່ວຄະນະ, ອິນໂດເນເຊຍ, ມາເລເຊຍ, ໄທ ຍື່ນອັນດັບທີ 1, 2 ແລະ 3.

ຕອບກັບ

ຂ່າວ/ບົດ​ອື່ນ