ອັດງານມະໂຫລານສິລະປະ5ປະເທດຫວຽດນາມ,ລາວ,ກຳປູເຈຍ,ມຽນມາແລະໄທປີ2016

ອັດງານມະໂຫລານສິລະປະ5ປະເທດຫວຽດນາມ,ລາວ,ກຳປູເຈຍ,ມຽນມາແລະໄທປີ2016 - ảnh 1
(ອັດ​ງານ​ມະ​ໂຫລານ​​ສິ​ລະ​ປະ 5 ປະ​ເທດ​
ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ, ມຽນ​ມາ ​ແລະ​ ໄທ​ປີ 2016)

(vovworld) - ​​ ​​​​ຕອນ​ຄ່ຳ​ວັນ​ທີ 25/07, ຢູ່​ສູນ​ວັດ​ທະ​ນະ​ທຳແຂວງ ກວາງ​ຈິ້, ໄດ້​​ດຳ​ເນີນພິ​ທີ​ອັດ​ງານ​ມະ​ໂຫລານສິ​ລະ​ປະອາ​ຊີບ 5 ປະ​ເທດ​ຫວຽດ​ນາມ, ລາວ, ກ​ຳ​ປູ​ເຈຍ, ມຽນ​ມາ ແລະ ໄທ ປີ 2016. ເຫດ​ການ​ໂດຍກົມ​​ສິ​ລະ​ປະ​ການ​ສະ​ແດງ, ກົມ​ຮ່ວມ​ມື​ກັບ​ສາ​ກົນ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວ), ສະ​ມາ​ຄົມ​ນັກດົນ​ຕີ​ຫວຽດ​ນາມ, ສະ​ມາ​ຄົມ​ນັກ​ສິ​ລະ​ປິນ​ຟ້ອນ​ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງກວາງ​ຈິ້ ແລະ ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວ​ແຂວງ ກວາງ​ຈິ້ ສົມ​ທົບ​ກັນ​ຈັດ​ຕັ້ງ. ເຊິ່ງ​ໄດ້ດ​ຳ​ເນີນ​ແຕ່​ວັນ​ທີ 18/07, ງານ​ມະ​ໂຫລາ​ນ​​ໄ​ດ້​ນຳ​ມາ​ໃຫ້​ຜູ້​ຊົມ​ບັນ​ດາ​ລາຍ​ການສິ​ລະ​ປະ​ທີ່​ໄດ້​ຮັບ​ການ​​ກະ​ກຽ​ມ​ຢ່າງ​ລອບ​ຄອບ​​ຖີ່ຖ້ວນ, ມີ​ລັກ​ສະ​ນະ​ສິ​ລະ​ປະ​ສູງ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ແຂວງກວາງ​ຈິ້. ຜ່ານນັ້ນ, ຊ່ວຍ​ໃຫ້ຜູ້​ຊົມ​ເຂົ້າ​ໃຈ​ຕື່ມກ່ຽວ​ກັບປະ​ເທດ​ຊ​າດ ແລະ ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ. ທີ່​ພິ​ທີ​ອັດ​ງານ​ມະ​ໂຫລານ, ຄະ​ນະ​ຈັດ​ຕັ້ງ​ໄດ້ມອບຫຼຽນ​ກາໃຫ້​ບັນ​ດາ​ລ​າຍ​ການ​ສະ​ແ​ດງ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ​ທີ່​ມີຜົນ​ງານ​ດີ​ເດັ່ນ, ໃນ​ນັ້ນໄດ​້​ມອບ​​ຫຼຽນ​ຄຳ 4 ຫຼຽນ ແລະ ຫຼຽນ​ເງິນ 4 ຫຼຽນໃຫ້​ບັນ​ດາ​ລາຍ​ການ​ສະ​ແດງ​ດີ​ເດັ່ນ. ນອກ​ຈາກນັ້ນ, ຄະ​ນ​ະ​ຈັດ​ຕັ້ງ​ຍັງ​ມອບ​ລາງວັນ​ພິ​ເສດ​ໃຫ້​ຄະ​ນະ​ມຽນ​ມາ, ລາວ, ໄທ ແລະ ກຳ​ປູ​ເຈຍ; ມອບ​ຫຼຽນ​ຄຳ 27 ຫຼຽນ ແລະ ຫຼຽນ​ເງິນ 59 ຫຼຽ​ນ ໃຫ້​ບັນ​ດາ​ລາຍ​ການ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ.

ຂ່າວ/ບົດ​ອື່ນ