ອັດຕາການສະໜັບສະໜູນປະທານາທິບໍດີ Emmanuel Macron ແລະ ນາຍົກລັດຖະມົນຕີ Edouard Philippe ສືບຕໍ່ເພີ່ມຂຶ້ນ

(VOVWORLD) - ຄວາມໄວ້ວາງໃຈຂອງປະຊາຊົນ ຝະລັ່ງ ສຳລັບ “ຄູ່ການນຳ” ຝະລັ່ງນັ້ນ ແມ່ນທ່ານປະທານາທິບໍດີ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ Edouard Philippe ສືບຕໍ່ເພີ່ມຂຶ້ນ
ອັດຕາການສະໜັບສະໜູນປະທານາທິບໍດີ Emmanuel Macron ແລະ ນາຍົກລັດຖະມົນຕີ Edouard Philippe ສືບຕໍ່ເພີ່ມຂຶ້ນ - ảnh 1 ປະທານາທິບໍດີ Emmanuel Macron ແລະ ນາຍົກລັດຖະມົນຕີ Edouard Philippe (ພາບປະກອບ)

ສິ່ງດັ່ງກ່າວໄດ້ສ່ອງແສງຜ່ານໝາກຜົນແຫ່ງການຢັ່ງຫາງສຽງ ໂດຍບໍລິສັດ Ifop ປະຕິບັດໃຫ້ວາລະສານ Journal du Dimanche ແລະ ປະກາດໃນວັນທີ 25 ມິຖຸນາ. ຕາມໝາກຜົນຢັ່ງຫາງສຽງດັ່ງກ່າວ ຈຳນວນຄົນປະມານ 64% ຖືກຖາມໃຫ້ຮູ້ວ່າ ເຂົາເຈົ້າເພິ່ງພໍໃຈກ່ຽວກັບທ່ານປະທານາທິບໍດີ Macron, ເພີ່ມຂຶ້ນ 2% ເມື່ອທຽບໃສ່ອັນຕາໃນເດືອນ ພຶດສະພາ. ໃນຂະນະນັ້ນ, ອັດຕາການສະໜັບສະໜູນທ່ານນາຍົກລັດຖະມົນຕີ Philippe ໄດ້ເພີ່ມຂຶ້ນແຕ່ 55% ໃນເດືອນ ພຶດສະພາ ເຖິງ 64%. ການຢັ່ງຫາງສຽງ ໂດຍ Ifop ປະຕິບັດແຕ່ວັນທີ 14 – 24 ມິຖຸນາ ສຳລັບ 1.883 ຄົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ