ອັດວາລະປະຊຸມຄັ້ງທີ 31 ຂອງຄະນະປະຈຳ ສະພາແຫ່ງຊາດ


 ອັດວາລະປະຊຸມຄັ້ງທີ 31 ຂອງຄະນະປະຈຳ ສະພາແຫ່ງຊາດ - ảnh 1

(ພາບ: vov)

 (vovworld)- ​ ພາຍຫຼັງ​ດຳ​ເນີນ​ການ​ເຮັດ​ວຽກມາ​ເປັນ​ເວລາ 10 ວັນ, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ​ວາລະ​ປະຊຸມ​ຄັ້ງທີ 31 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້​ອັດລົງໃນຕອນ​ເຊົ້າ​​ວັນ​ທີ 2/10. ກ່ອນ​ໜ້ານັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົ​ດໝາຍ 9 ສະບັບ; ບັນດາ​ບົດ​ລາຍ​ງານ​ການ​ປະຕິບັດ​ງານ​ຂອງ​ຫົວໜ້າສານ​ ປຊຊ ສູງ​ສຸດ, ຫົວໜ້າ​ອົງການ​ໄອ​ຍະ​ການ ປຊຊ ສູງ​ສຸດ, ບັນດາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ກາ​ນປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ລະ​ເມີດ​ກົດໝາຍ, ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ປີ 2014, ບົດ​ລາຍ​ງານ​ໝາກຜົນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ໃນ​ຂົງ​ເຂດ​ການ​ລົງທຶນ, ລັດ​ວິ​ສາ​ຫະກິດ ​ແລະ ລະບົບ​ທະນາຄານ… ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫງວຽນ​ມິ​ງກວາງ ​ແລະ ທ່ານ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫງວຽນ​ວັນ​ບິ່ງ.​
 ເມື່ອ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍງົບປະມານ​ແຫ່ງ​ລັດ (ສະບັບ​ປັບປຸງ), ບັນດາ​ຜູ້​ແທນ​ສະ​ເໜີ​ສືບ​ຕໍ່​ກວດກາ, ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ, ​ເຮັດ​ແຈ້ງ​ງົບປະມານ​ແຫ່ງ​ລັດ​ແມ່ນ​ເອກະ​ພາບ, ​ໄດ້​ແບ່ງ​ຂັ້ນຄຸ້ມ​ຄອງ ​ແລະ ຮັບປະກັນ​ບົດບາດ​ຕົ້ນຕໍ​ຂອງງົບປະມານ​ສູນ​ກາງ; ​ເພີ່ມ​ທະວີ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຍົກ​ສູງ​ລະບຽບ​ການ​ໃຊ້​ຈາ​ຍ, ​ເປີດ​ເຜີຍ, ຈະ​ແຈ້ງ​ມີຄວາ​ມຮັ​ບຜິດ​ຊອບ​ອະພິປາຍ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ງົບປະມານ. ທ່ານ​ຟານ​ຈູງ​ລີ, ປະທານ​ກຳມາ​ທິການ​ກົດໝາຍ ​ປະກອບ​ຄຳ​ເຫັນ​ວ່າ:

   “ຂ້າພະເຈົ້າສະເໜີໃນການປັບປຸງກົດໝາຍຄັ້ງນີ້ຕ້ອງແກ້ໄຂບັນດາສິ່ງທີ່ຍັງຄົງຄ້້າງໃນປະຈຸບັນ​​ໃນການສ້າງ, ຄຸ້ມຄອງງົບປະມານໃຫ້ໄດ້. ​ເຮັດແນວໃດໃຫ້ງົບປະມານແຫ່ງລັດໄດ້ຖືກສ້າງຂຶ້ນກໍ່ຄືການຄຸ້ມຄອງນຳໃຊ້ແບບລວມສູນ, ​ເອກະພາບ, ​ເປີດເຜີຍ, ຈະແຈ້ງ, ມີປະສິດທິຜົນ“./.

ຂ່າວ/ບົດ​ອື່ນ