ອິດສຣາແອນ ເລີ່ມປະຕິບັດນະໂຍບາຍ “ຢຸດຍິງໂດຍບໍ່ກຳນົດເວລາ” ຢູ່ກາຊາ

ອິດສຣາແອນ ເລີ່ມປະຕິບັດນະໂຍບາຍ “ຢຸດຍິງໂດຍບໍ່ກຳນົດເວລາ” ຢູ່ກາຊາ - ảnh 1
(ພາບປະກອບ)

(vovworld) –   ວັນ​ທີ 28/07, ​ເຈົ້າ​ໜ້າ​ທີ່​ອິສຣາ​ແອນ ທ່ານ​ໜຶ່ງໃຫ້​ຮູ້​ວ່າ ປະ​ເທດ​ນີ້​ເລີ່ມປະຕິບັດນະ​ໂຍບາຍ “ຢຸດ​ຍິງ​​ໂດ​ຍບໍ່​ກຳນົດ​ເວລາ” ຢູ່​ເຂດ​ກາຊາ, ພາຍຫຼັງ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ ​ແລະ ສາ​ກົນ​​ເພີ່ມ​ຄວາມ​​ດັນ​ເພື່ອ​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ເປັນ​ປໍ​ລະ​ປັກ​ລະຫວ່າງ​ອິດສຣາ​ແອນ ​ແລະ ກຳລັງຮາ​ມາດ ຢູ່​ເຂດ​ດິນ​ແດນ​ນີ້. ຕາມ​ເຈົ້າ​ໜ້າ​ທີ່​ດັ່ງກ່າວ, ນະ​ໂຍບາຍ​ນີ້​ໝາຍ​ຄວາມ​ວ່າ ພົນທະຫານ​ອິດສຣາ​ແອນ ຈະ​ຢຸດຕິ​ບັນດາ​ການ​ບຸກ​​ໂຈມ​ຕີ​ມີ​ຈຸດປະສົງ​ຢູ່​ເຂດ​ກາຊາ ​ແລະ ຈະ​​ໂຕ້​ຕອບ​ໃນ​ກໍລະນີ​ບັນດາ​ມື​ປືນ​ຢູ່​ເຂດ​ກາຊາ ​ຍິງປືນ​ກ່ອນ. ປະ​ຈຸບັນ, ຫ້ອງ​ການນາຍົກ​ລັດຖະມົນຕີ​ອິດສຣາ​ແອນ ບໍ່​ທັນ​ມີ​ຂໍ້ວິຈານ​ໃດໆ​ກ່ຽວ​ກັບ​ຂໍ້​ມູນ​ດັ່ງກ່າວ, ​ແຕ່​ວ່າ, ຕາມ​ບັນດາ​ແຫຼ່ງຂ່າວ​ທ້ອງ​ຖ່ິນ, ກອງທັບ​ອິດສຣາ​ແອນ ​ເບິ່ງ​ຄື​ວ່າ​​ໄດ້ຢຸດຕິການ​ບຸກ​ໂຈມ​ຕີ​ທາງບົກ ​ແລະ ທາງ​ອາກາດ, ​ແຕ່​ຈະ​​ສືບ​ຕໍ່​ທຳລາຍ​ບັນດາ​ເສັ້ນທາງ​ໃຕ້​ດິນຂ້າມ​ຊາຍ​ແດນ​ຂອງ ຮາ​ມາດ.
ຂ່າວ/ບົດ​ອື່ນ