ອົດສະຕາລີ ຮັບຮອງເອົາ ທິດຕາເວັນຕົກ Jerusalem ເປັນນະຄອນຫຼວງ ຂອງ ອິດສະຣາແອັນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໃຫ້ຮູ້ວ່າ ປະເທດນີ້ ໄດ້ຮັບຮອງເອົາ ທິດຕາເວັນຕົກ Jerusalem   ແມ່ນນະຄອນຫຼວງຂອງ ອິດສະຣາແອັນ.
ອົດສະຕາລີ ຮັບຮອງເອົາ ທິດຕາເວັນຕົກ Jerusalem  ເປັນນະຄອນຫຼວງ ຂອງ ອິດສະຣາແອັນ - ảnh 1ພາບລວມນະຄອນ Jerusalem (ພາບ:  EPA/TTXV)

ວັນທີ 15 ທັນວາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໃຫ້ຮູ້ວ່າ ປະເທດນີ້ ໄດ້ຮັບຮອງເອົາ ທິດຕາເວັນຕົກ Jerusalem   ແມ່ນນະຄອນຫຼວງຂອງ ອິດສະຣາແອັນ. ເຖິງຢ່າງໃດກໍຕາມ, ສະຖານທູດອົດສະຕາລີ ຍັງຄົງ ຕັ້ງຢູ່ Tel Aviv ຈົນຮອດເວລາບັນລຸໄດ້ມາດຕະການສັນຕິພາບລະຫວ່າງ ອິດສະຣາແອັນ ແລະ ປາແລັດຕິນ, ໃນນັ້ນ ກໍານົດໄດ້ກົດລະບຽບສຸດທ້າຍຂອງນະຄອນ  Jerusalem. ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ ຢູ່ ຊິດນີ, ທ່ານ Morrison ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າມຸ່ງໄປສູ່ການຍ້າຍສະຖານທູດໄປຕັ້ງຢູ່ທິດຕາເວັນຕົກ Jerusalem ໃນຈຸດເວລາທີ່ເໝາະສົມ.. ແລະ ພາຍຫຼັງກົດລະບຽບສຸດທ້າຍໄດ້ຮັບການກໍານົດ”. ທ່ານນາຍົກລັດຖະມົນຕີອົດສະຕາລີ ກໍໃຫ້ຄໍາໝັ້ນສັນຍາວ່າ ຈະສະໜັບສະໜູນບັນດາຄວາມມຸ່ງມາດປາດຖະໜາຂອງລັດ ປາແລັດຕິນ ໃນອະນາຄົດກັບ ທິດຕາເວັນອອກ Jerusalem ເປັນນະຄອນຫຼວງ ຂອງ ປາແລັດຕິນ, ເມື່ອກົດລະບຽບຂອງນະຄອນດັ່ງກ່າວ ໄດ້ກໍານົດໃນຂໍ້ຕົກລົງສັນຕິພາບ. ທ່ານນາຍົກລັດຖະມົນຕີ Morrison ເນັ້ນໜັກວ່າ “ເລື່ອງສະໜັບສະໜູນພື້ນຖານປະຊາທິປະໄຕ, ເສລີ ຢູ່  ຕາເວັນອອກກາງ ແມ່ນເໝາະສົມກັບຜົນປະໂຫຍດຂອງ ອົດສະຕາລີ”.

ຕອບກັບ

ຂ່າວ/ບົດ​ອື່ນ