ອົດສະຕາລີ ໜູນຊ່ວຍ 6,5 ລ້ານ AUD ເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ຢູ່ຫວຽດນາມ

(VOVWORLD) -ວັນທີ 13 ທັນວາ, ລັດຖະບານອົດສະຕາລີ ແລະ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ເລີ່ມຕົ້ນເຄື່ອນໄຫວໂຄງການ Aus4Reform ຢ່າງເປັນທາງການ - ໂຄງການແກ່ຍາວ 4 ປີ ເພື່ອແນໃສ່ຍົກສູງສະມັດຕະພາບ ແລະ ການແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ.
ອົດສະຕາລີ ໜູນຊ່ວຍ 6,5 ລ້ານ AUD ເພື່ອປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ຢູ່ຫວຽດນາມ - ảnh 1 ເລີ່ມຕົ້ນເຄື່ອນໄຫວໂຄງການ Aus4Reform ຢ່າງເປັນທາງການ

ໂຄງການໄດ້ສ້າງຂຶ້ນໃນທ່າການປະຕິຮູບປະເທດຊາດຜ່ານການໜູນຊ່ວຍກ່ອນໜ້ານີ້ຂອງ ອົດສະຕາລີ ດ້ວຍບັນດາໂຄງການ “ບໍ່ນອນໃນຂອບເຂດຂອງ WTO” ແລະ “ສ້າງໂຄງປະກອບຄືນໃໝ່ໃຫ້ ຫວຽດນາມ ມີການແກ່ງແຍ້ງສູງກວ່າ”.

        ໂດຍລະອຽດ, ອົດສະຕາລີ ຈະໜູນຊ່ວຍລັດຖະບານຫວຽດນາມ 6,5 ລ້ານ AUD ເພື່ອປະຕິບັດຄາດໝາຍປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ນຳ ຫວຽດນາມ ເຂົ້າໃກ້ເຖິງພື້ນຖານເສດຖະກິດຕະຫຼາດ ຫຼາຍກວ່າເກົ່າ. Aus4Reform ຈະໜູນຊ່ວຍການກໍ່ສ້າງ ແລະ ການປະຕິບັດບັນດານະໂຍບາຍເສດຖະກິດ, ກົດໝາຍ ແລະ ບັນດາລະບອບການສຳຄັນຊ່ວຍພື້ນຖານເສດຖະກິດ ຫວຽດນາມ ສາມາດເສີມຂະຫຍາຍໄດ້ຄວາມສາມາດບົ່ມຊ້ອນຂອງຕົນເອງ. ຂໍ້ລິເລີ່ມນີ້ກໍ່ຈະສ້າງການຮ່ວມສຳພັນລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ເພື່ອແບ່ງປັນບົດຮຽນດ້ານວິຊາສະເພາະ. ການໜູນຊ່ວຍຂອງ ອົດສະຕາລີ ຈະຊ່ວຍໃຫ້ ຫວຽດນາມ ລົງທະບຽນວິສາຫະກິດພາກເອກະຊົນຢ່າງເປັນທາງການໃໝ່ນັບພັນແຫ່ງໃນປີ 2020, ເພີ່ມອັດຕາບັນດາວິສາຫະກິດໂດຍແມ່ຍິງເປັນຜູ້ນຳພາ ແລະ ຊຸກຍູ້ການເຕີບໂຕໃນເຂດເສດຖະກິດພາກເອກະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ