ອິດສະຣາແອນຈັບຕົວຊາວປາແລດສະຕີນນັບສິບຄົນຢູ່Jerusalemແລະຟາກຕາເວັນຕົກແມ່ນ້ຳຈໍແດນ

ອິດສະຣາແອນຈັບຕົວຊາວປາແລດສະຕີນນັບສິບຄົນຢູ່Jerusalemແລະຟາກຕາເວັນຕົກແມ່ນ້ຳຈໍແດນ - ảnh 1
ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ​ເຂດ​ກາ​ຊາ
(ພາບປະ​ກອບ: AFP/TTXVN)

(vovworld) – ຕອນ​ຄ່ຳ​ວັນ​ທີ 29/3, ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບຂອງ ອິດ​ສະ​ຣາ​ແອນ ໄດ້​ຈັບ​ຕົວຊາວ ປາ​ແລດ​ສະ​ຕີນ 25 ຄົນ​ຢູ່ Jerusalem ຕາ​ເວັນ​ອອກ ແລະ ຟາກ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ນອກ​ຈາກນັ້ນ, ຢ່າງ​ໜ້ອຍ​ສຸດ​ກໍ່​ມີ​ປະ​ຊາ​ຊົນ 14 ຄົນ​ຢູ່​ບ້ານ Abwein ໃກ້​ກັບ Ramallah ໄດ້​ຮັບ​ໃບ​ຮຽກ​ຕົວ. ໂຄ​ສົກ​ຂອງກອງ​ທັບ ອິດ​ສະ​ຣາ​ແອນ ຜູ້​ໜຶ່ງ​ໃຫ້​ຮູ້​ວ່າ: ຊາວ ປາ​ແລດ​ສະ​ຕີນ ຖືກ​ຈັບ​ຕົວ​ຍ້ອນ “ຖືກ​ສົງ​ໄສ​ວ່າ​ໄດ້​ເຄື່ອນ​ໄຫວ​ຢ່າງ​ຜິດ​ກົດ​ໝາຍ”.

        ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ໝາ​ກ​ຜົນ​ຂອງ​ການຢັ່ງ​ຫາງ​ສຽງ​ໂດຍ​ສູນ​ຄົ້ນ​ຄ້​ວາ​ການ​ເມືອງ ປາ​ແລດ​ສະ​ຕີນ (PCPR) ດຳ​ເນີນ ແລະ ປະ​ກາດ​ເມື່ອ​ວັນ​ທີ 30/3 ໃຫ້​ຮູ້​ວ່າ: ຊາວ ອາ​ຣັບ ປາ​ແລດ​ສະ​ຕີນ ກວມປະ​ມານ 3/4 ໄດ​້ ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ອິດ​ສະ​ລາມ ຮາ​ມາດ ເຊິ່ງປະ​ຈຸ​ບັນ​ພວມ​ຄວບ​ຄຸມ​ເຂດ ກາ​ຢາ ດຳ​ເນີນ “ການ​ຕໍ່​ສູ້​ດ້ວຍ​ກຳ​ລັງ​ອາ​ວຸດ” ​ເພື່ອຕ້ານ​ຄືນ ອິດ​ສະ​ຮາ​ແອນ. ​ແລະກໍ່​ຕາມ​ການ​ຢັ່ງ​ຫາງ​ສ​ຽງ​ນີ້​ແລ້ວ, ຊາວ​ ປະ​ແລດ​ສະ​ຕີນ ​ປະ​ມານ 37% ທີ່​ໄດ້​ຮັບ​ການ​ທາບ​ທາມ​ຄວາມ​ເຫັນ​ຖື​ວ່າ: ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ແມ່ນ​ວິ​ທີ “ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ” ເພື່ອ​ຍາດ​ໄດ້ “ບັນ​ດາ​ສິດ​ຂອງ​ຊາວ ປາ​ແລດ​ສະ​ຕີນ”, ໃນ​ຂະ​ນະ​ນັ້ນ​ມີ​ພຽງ 29% ​ແມ່ນສະ​ໜັບ​ສະ​ໜູນ​​ຮູບ​ການ​ເຈ​ລະ​ຈາ ແລະ 30% ສະ​ໜັບ​ສະ​ໜູນ PA ດຳ​ເນີນ​ບັນ​ດາ​ບາດ​ກ້າວ​ເພື່ອ​ແນ​ໃສ່​ສ້າງ​ການ​ພົວ​ພັນ​ສັນ​ຕິ​ພາບ​ກັບ ອິດ​ສະ​ຣາ​ແອນ.


ຂ່າວ/ບົດ​ອື່ນ