ອິດສະຣາແອນຍົກເລີກສັນຍາຊື້ອາວຸດຂອງອາເມລິກາ

ອິດສະຣາແອນຍົກເລີກສັນຍາຊື້ອາວຸດຂອງອາເມລິກາ - ảnh 1
ພາບ​ປະ​ກອບ

(vovworld) –  ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິດ​ສະ​ຣາ​ແອນ Moshe Yaalon ໄດ້​ຕົກ​ລົງ​​ຍົກ​ເລີກ​ສັນ​ຍາ​ຊື້​ເຮືອ​ບິນ V – 22 Osprey 6 ລຳຂອງ​ອາ​ເມ​ລິ​ກາ. ສື່​ມວນ​ຊ​ົນ​ອິດ​ສະ​ຣາ​ແອນ ໃນ​ວັນ​ທີ 30/10 ຖື​ວ່າ: ການ​ກະ​ທຳ​ດັ່ງ​ກ່າວ​ແມ່ນ​ເລີ່ມ​ມາ​ຈາກ​ບັນ​ຫາ​ການ​ເງິນ, ແຕ່ກໍ່​​ສ້າງຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ການ​ພົວ​ພັນ​ທີ່​ພວມ​ມີ​​ສັນ​ຍານແຕກ​ແຫງບໍ່​ດີ​ລະ​ຫວ່າງ 2 ປະ​ເທດ​ສຳ​ພັນ​ທະ​ມິດນີ້​ໃນ​ໄລ​ຍະ​ມໍ່ໆ​ມານີ້.

        ເດືອນ 4/2013, ໃນ​ຂອບ​ເຂດ​ການ​ປະ​ຕິ​ບັດ​ງານ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Chuck Hagel ເຖິງ ອິດ​ສະ​ຣາ​ແອນ, Tel Aviv ໄດ້​ຕົກ​ລົງ​ຊື້​ເຮືອ​ບິນ V -22 Osprey ທັນ​ສະ​ໄໝ​ 6 ລຳ. ຖ້າ​ຫາກ​ສັນ​ຍາ​ດັ່ງ​ກ່າວ​ໄດ້​ລົງ​ນາມ, ອິດ​ສະ​ຣາ​ແອນ ຈະ​ແມ່ນ​ປະ​ເທດ​ຕ່າງ​ປະ​ເທດ​ທຳ​ອິດ​ກຳ​ມະ​ສິດ​ເຮືອ​ບິນ​ທັນ​ສະ​ໄໝ​ດັ່ງ​ກ່າວ. V -22 Osprey ໄດ້​ຮັບ​ຄວາມ​ຫວັງ​ວ່າ​ຈະ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ສູ້​ຮົບ​ໃຫ້​ກອງ​ທັບ ອິດ​ສະ​ຮາ​ແອນ. ເຖິງ​ແນວນັ້ນ​ກໍ່​ຕາມ, 2 ຝ່າຍ​ຍັງ​ບໍ່​ທັນ​ລົງ​ນາມ​​ໃນບໍ່​ວ່າ​ຂໍ້​ຕົກ​ລົງ​ໃດ​ທີ່​ກ່ຽວ​ຂ້ອງ.

 


ຂ່າວ/ບົດ​ອື່ນ