ອິດສະຣາແອນຕໍ່ກຳນົດເວລາຄຳສັ່ງຢຸດຍິງຕື່ມອີກ 24 ຊົ່ວໂມງ

    ອິດສະຣາແອນຕໍ່ກຳນົດເວລາຄຳສັ່ງຢຸດຍິງຕື່ມອີກ 24 ຊົ່ວໂມງ - ảnh 1
ເຂດກາຊາ, ພາຍຫຼັງຖືກອິດສະຣາແອນບຸກໂຈມຕີທາງອາກາດ
(ພາບ:AFP)

(vovworld)- ວັນ​ທີ 26/7, ອິດສະຣາ​ແອນ​ໄດ້​ຕົກລົງ​ແກ່ຍາວ​ຄຳ​ສັ່ງ​ຢຸດ​ຍິງ​ໂດຍ​ມະນຸດສະທຳ​ຕາມ​ຂໍ້​ສະ​ເໜີ​ຂອງ​ສະຫະ​ປະຊາ​ຊາດຕື່ມ​ອີກ 24 ຊົ່ວ​ໂມງ. ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງ​ຂອງ ອິດສະຣາ​ແອນ​ໃຫ້​ຮູ້​ວ່າ ຄຳ​ສັ່ງ​ຢຸດ​ຍິງຈະ​ແກ່ຍາວ​ຮອດ​ເວລາ 24 ​ໂມງ​ຂອງ​ວັນ​ທີ 27/7 (ຕາມ​ເວລາ​ທ້ອງ​ຖິ່ນ) ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ໂດຍ​ມະນຸດສະທຳ​ຢູ່​ເຂດ​ກາຊາ. ​ແຕ່ວົງ​ການເຈົ້າ​ໜ້າ​ທີ່​ຂອງ ອິດສະຣາ​ແອນຢືນຢັນ​ວ່າ ກອງທັບ​ຂອງ​ປະ​ເທດ​ນີ້​ຈະ​ກະທຳ​ເພື່ອ​ຕອບ​ໂຕ້​ທຸກໆ​ການ​ກະທຳ​ລະ​ເມີດ ຄຳ​ສັ່ງ​ຢຸດ​ຍິງ ​ແລະ ສືບ​ຕໍ່​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຢູ່​ທາງ​ໃຕ້​ດິນ​ໃນ​ເຂດ​ກາຊາ. ຄະນະ​ລັດຖະບານ ອິດສະຣາ​ແອນ​ໄດ້​ໂຮມ​ປະຊຸມ​ຄັ້ງ​ໃໝ່​ໃນ​ວັນ​ທີ 27/7 ​ເພື່ອ​ປຶກສາ​ຫາລື​ບັນດາ​ບາດກ້າວ​ເດີນ​ຕໍ່​ໄປ.

   ຂໍ້​ຕົກລົງ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ໃນ​ສະພາວະ​ທີ່​ບັນດາ​ມື​ປືນ ປາ​ແລັດ​ສຕິນຢູ່​ເຂດ​ກາ​ຊາ​ສືບ​ຕໍ່​ຍິງ​ລູກ​ຈະ​ຫຼວດ​ໃສ່​ເຂດ​ດິນ​​ແດນ ອິດສະຣາ​ແອນພາຍຫຼັງ​ທີ່​ສັນຍາ​ຢຸດ​ຍິງ ​ໂດຍ​ມະນຸດສະທຳ​(​ໃນ 12 ຊົ່ວ​ໂມງ) ກ່ອນ​ນັ້ນ ສິ້ນ​ສຸດ​ລົງ. ກຸ່ມຮາ​ມາດຖະ​ແຫຼ​ງວ່າ ກຸ່ມ​ນີ້​ປະຕິ​ເສດການ​ຕໍ່ກຳ​ນົດເວລາສັນຍາ​ຢຸດ​ຍິງ​ໂດຍ​ມະນຸດສະທຳ​ ​ເພາະ​ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກຸ່ມ​ຮາ​ມາດ. 

ຂ່າວ/ບົດ​ອື່ນ