ອິດສະຣາແອນບຸກໂຈມຕີທາງອາກາດຕອບໂຕ້ລູກຈະຫລວດຄັ້ງໃຫມ່ຈາກເຂດກາຊາ

ອິດສະຣາແອນບຸກໂຈມຕີທາງອາກາດຕອບໂຕ້ລູກຈະຫລວດຄັ້ງໃຫມ່ຈາກເຂດກາຊາ - ảnh 1
ພາບປະກອບ:internet


(vovworld)- ວັນ​ທີ 19/8, ກອງທັບ ອິດສະຣາ​ແອນ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢ່າງ​ຫນ້ອຍ​ສຸດ 4 ຄັ້ງ​ໃສ່​ເຂດ ກາຊາ ພາຍຫລັງກ່າວ​ເຕືອນບັນດາ​ມື​ປືນ​ທີ່​ຂຶ້ນ​ກັບ​ຂະ​ບວນການ​ອິດສະ​ລາມ Hamas ຍິງ​ລູກ​ຈະ​ຫລວດ 3 ລູກ​ໃສ່​ພາກ​ໃຕ້ ອິດສະ​ຣາ​ແອນ   ກ່ອນ​ທີ່ຄຳ​ສັ່ງ​ຢຸດ​ຍິງຫາ​ກໍ​​ຕໍ່​ກຳນົດ​ເວລາ ໝົດ​ຜົນ​ສັກສິດ ພຽງ 2,3 ຊົ່ວ​ໂມງ. ທ່ານ​ນາຍົກລັດ​ຖະມົນຕີ ອິດສະຣາ​ແອນ Benjamin Netanyahu ກໍ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ເຈລະຈາ​ຂອງ​ປະ​ເທດ​ນີ້​ຢູ່ Cairo ກັບ​ຄືນ​ເມືອ​ປະ​ເທດ​ຢ່າງ​ທັນທີ. ບັນດາ​ການ​ກະທຳ​ດັ່ງກ່າວ​ດຳ​ເນີນ​ໄປ​ພາຍຫລັງ​ຝ່າຍຕ່າງໆເຫັນດີແກ່ຍາວຄຳ​ສັ່ງ​ຢຸດ​ຍິງ​ຢູ່ ​ເຂດ ກາຊາ ຕື່ມ​ອີກ 24 ຊົ່ວ​ໂມງ, ​ຮອດ​ກາງ​ຄືນ​ວັນ​ທີ 19/8 ຕາມ​ເວລາ​ທ້ອງ​ຖິ່ນ.

        ​ໃນ​ວັນ​ດຽວ​ກັນ, ສື່​ມວນ​ຊົນ ອິດສະຣາ​ແອນ ​ໄດ້​ໃຫ້​ຂ່າ​ວວ່າ: Tel Aviv ​ແລະ ວໍ​ຊິງ​ຕັນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ ກ່ຽວ​ກັບ​ບັນດາ​ລາຍ​ລະອຽດ​ຂອງ​ຂໍ້​ຕົກລົງ​ຢຸດ​ຍິງ​ໄລຍະ​ຍາວ ກັບ Hamas.

 

 

 

ຂ່າວ/ບົດ​ອື່ນ