ອິດສະຣາແອນປະຕິບັດວິວັດທະນາການສັນຕິພາບກັບປາແລດສະຕິນ

ອິດສະຣາແອນປະຕິບັດວິວັດທະນາການສັນຕິພາບກັບປາແລດສະຕິນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ດ​ສະ​ຣາ​ແອນ Benjamin Neranyahu
(ພາບ​ປະ​ກອບ: VNP/AFP)

(vovworld) - ກ່າວ​ຄຳ​​ຫັນ​ທີ່ກອງ​ປ​ະ​ຊຸມ​ລັດ​ຖະ​ບານ​ປະ​ຈ​ຳ​ອາ​ທິດ ໃນ​ວັນ​ທີ 22/05, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ດ​ສະ​ຣາ​ແອນ Benjamin Neranyahu ຖະ​ແຫຼງວ່າ, ລັດ​ຖະ​ບານ​ພັນ​ທະ​ມິດ​ເປີດກວ້າງ ຈະ​ອະ​ນຸດ​ຍາ​ດ​ໃຫ້​ອິດ​ສະ​ຣາ​ແອນ ​ປະ​ຕິ​ບັດ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ​ກັບ​ປາ​ແລດ​ສະ​ຕິນ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Neranyahu ໄດ້​ຍົກ​ອອກ​ຄຳ​ຖະ​ແຫຼງ​ດັ່ງ​ກ່າວ ພາຍ​ຫຼັງ​ການຜັນ​ແປ​ດ້ານ​ການ​ເມືອງ​ຢູ່​ອິ​ດ​ສະ​ຣາ​ແອນ ເມື່ອມີ​ແຈ້ງ​ການ​ແຜນ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ສຳ​ພັນ​ກັບ​ພັກ Yisrael Beytenu ຂອງ​ທ່ານ​ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Avigdor Liberman ເປັນ​ເວ​ລາ 1 ສັບ​ປະ​ດາ. ເລື່ອງ​ລົງ​ນາມ​ໃນ​ຂ​ໍ້​ຕົກ​ລົງ​ຮ່ວມ​ສຳ​ພັນ​ກັບ​ພັກ Yisrael Beytenu ຈ​ະ​ຊ່ວຍ​ໃຫ້​ລັດ​ຖະ​ບານ ຍົກ​​ຈຳ​ນວນທີ່​ນັ່ງ​ໃນ​ສະ​ພາ​ແຫ່ງ​ຊາດ ​ຈາກ​ອັດ​ຕາ​ສ່ວນ 61 ຂຶ້ນ 66 ໃນ​ຈຳ​ນວນ 120 ທີ່​ນັ່ງ.

ຂ່າວ/ບົດ​ອື່ນ