ອິດສະຣາແອນແລະຮາມາດຍອມຮັບຄຳສັ່ງຢຸດຍິງ72ຊົ່ວໂມງ

ອິດສະຣາແອນແລະຮາມາດຍອມຮັບຄຳສັ່ງຢຸດຍິງ72ຊົ່ວໂມງ - ảnh 1
ພາບປະກອບ

(vovworld) - ​ແຈ້ງ​ການ​ຮ່ວມ​ຂອງ​ທ່ານ​​ເລຂາທິການ​ໃຫຍ່ ສປຊ Ban Ki moon ​ແລະ ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຍົກ​ອອກ​ມາ​ໃນ​ວັນ​ທີ 31/7, ​ໂດຍ​​ໃຫ້​ຮູ້​ວ່າ: ອິດສະຣາ​ແອນ ​ແລະ ຂະ​ບວນ​ການ ຮາ​ມາດ ຂອງ ປາ​​ແລດ​ສະ​ຕີນ ​ໄດ້ຍອມຮັບຄຳ​ສັ່ງ​ຢຸດຍິງ​ທີ່​ແກ່ຍາວ​ເປັນ​ເວລາ 72 ຊົ່ວ​ໂມງ​ຢູ່​​ເຂດ ກາຊາ, ​ເລີ່​ມ​ແຕ່​ເວລາ 8 ​ໂມງ​ເຊົ້າ​ວັນ​ທີ 1/8 (​ເວລາ​ທ້ອງ​ຖີ່​ນ). ​ແຈ້ງ​ການ​ກໍ່​ກະຕຸກ​ຊຸກຍູ້​ທຸກໆ​ຝ່າຍ​ມີ​ການ​ກະທຳ​ລະງັບ​ໃຈ​ຮອດ​ຍາ​ມ​ໃດ​ຄຳ​ສັ່ງ​ຢຸດ​ຍິງ​ມະນຸດສະທຳ​ນີ້​ມີ​ຜົນ​ສັກສິດ ​ແລະ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ເຂັ້ມງວດ. ​ໃນ​ແຈ້ງ​ການ​ກໍ່​ຊີ້​ແຈ້ງວ່າ: “ບັນດາ​ກຳລັງ​ເຄື່ອນ​ໄຫວ​ຢູ່​ໜ້າ​ດິນຈະ​ບໍ່​ຖອນອອກ​ຈາກ​ເຂດ ກາຊາ. ​ໃນ​ໄລຍະ​ດຳ​ເນີນ​ຄຳ​ສັ່ງ​ຢຸດ​ຍິງ, ສາມັນ​ຊົນ ປາ​ແລດ​ສະ​ຕິນ ຢູ່​ເຂດ ກາຊາ ຈະ​ໄດ້​ຮັບ​ບັນດາ​ວັດຖຸ​ສິ່ງ​ຂອງ​ທີ່​ຈຳ​ເປັນ ກໍ່​ຄື​ໄດ້​ຮັບ​ການ​ໜູນ​ຊ່ວຍ​ທາງ​ດ້ານ​ການ​ແພດ, ພະຍາບານ​ສຸກ​ເສີນ”.


ຂ່າວ/ບົດ​ອື່ນ