ອັດເວທີປາໄສ Sao Paulo ຄັ້ງທີ XXIV ຢູ່ ກູບາ

(VOVWORLD) - ກ່າວຄຳເຫັນໃນມື້ເຮັດວຽກສຸດທ້າຍຂອງກອງປະຊຸມ, ທ່ານປະທານ ກູບາ Miguel Diaz – Canel ຢັ້ງຢືນວ່າໃນສະພາບການດ້ານການເມືອງ ແລະ ສັງຄົມ ໃນປະຈຸບັນນັ້ນ, ເລື່ອງສົມທົບທຸກໆກຳລັງກ້າວໜ້າ
ອັດເວທີປາໄສ Sao Paulo ຄັ້ງທີ XXIV ຢູ່ ກູບາ - ảnh 1 ເວທີປາໄສ Sao Paulo

ເວທີປາໄສ Sao Paulo ຄັ້ງທີ XXIV ໄດ້ອັດລົງຢູ່ນະຄອນຫຼວງ ລາຮາວານ, ປະເທດ ກູບາ ດ້ວຍຖະແຫຼງການຂອງປະມຸກລັດຫຼາຍທ່ານທີ່ມາຈາກບັນດາປະເທດ ອາເມລິກາ ລາຕິນ ແລະ Caribe ເຊິ່ງໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາສືບຕໍ່ເຊີດຊູຄັນທຸງປະຕິວັດ ແລະ ຄວາມກ້າວໜ້າ ແລະ ຊຸກຍູ້ນ້ຳໃຈສາມັກຄີລະຫວ່າງບັນດາກຳລັງຝ່າຍຊ້າຍທັງຢູ່ພາກພື້ນ ແລະ ໃນໂລກ. ກ່າວຄຳເຫັນໃນມື້ເຮັດວຽກສຸດທ້າຍຂອງກອງປະຊຸມ, ທ່ານປະທານ ກູບາ Miguel Diaz – Canel ຢັ້ງຢືນວ່າໃນສະພາບການດ້ານການເມືອງ ແລະ ສັງຄົມ ໃນປະຈຸບັນນັ້ນ, ເລື່ອງສົມທົບທຸກໆກຳລັງກ້າວໜ້າ, ການປັບປຸງນ້ຳໃຈສາມັກຄີລະຫວ່າງບັນດາພັກການເມືອງຝ່າຍຊ້າຍ ແລະ ບັນດາຂະບວນການມະຫາຊົນ ແມ່ນເສັ້ນທາງໜຶ່ງດຽວເພື່ອກ້າວໄປຂ້າງໜ້າ. ທ່ານປະທານ Miguel Diaz – Canel ຢັ້ງຢືນວ່າ ປະເທດຊາດ, ບ້ານເກີດເມືອງນອນຂອງ Fidel ແລະ José Martí, ບໍ່ມີຍາມທີ່ຈະຕ່າວປີ້ນ ໄປເປັນລັດທິທຶນນິຍົມ, ບໍ່ມີວັນທີ່ຈະແບ່ງແຍກ ຫຼື ຖອຍຫຼັງ, ແລະ ກູບາ ຈະບໍ່ປະນິປະນອມຕໍ່ບັນດາຫລັກໝັ້ນຕ້ານຈັກກະພັດຂອງຕົນ.

        ທ່ານ Monica Valente, ເລຂາທິການໃຫຍ່ຂອງເວທີປາໄສ Sao Paulo ໄດ້ກ່າວຖະແຫຼງການຮ່ວມຂອງກອງປະຊຸມ, ຮັບຮູ້ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງປະຊາຊົນບັນດາປະເທດ ອາເມລິກາ ລາຕິນ - Caribe ພວມປະສົບ, ພ້ອມທັງປະກາດບັນດາຄຳຮຽກຮ້ອງຕ້ອງການລວມຂອງບັນດາກຳລັງຝ່າຍຊ້າຍ ແລະ ກ້າວໜ້າຢູ່ພາກພື້ນສຳລັບບັນດາບັນຫາລວມຂອງທັງພາກພື້ນ ກໍ່ຄືຂອງແຕ່ລະປະເທດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ