ອັດເວທີປາໄສອາຊີ ປົວຢາວ ປີ 2017

ອັດເວທີປາໄສອາຊີ ປົວຢາວ ປີ 2017 - ảnh 1
ສູນກອງ​ປະ​ຊຸ​ມ​ເວ​ທ​ີ​ປາ​ໄສ ປົວ​ຢາວ 
(ພາບ: Hà Thắng - VOV)

(vovworld) – ​ພາຍຫຼັງ​ເຮັດ​ວຽກ​​ມາເປັນ​ເວ​ລາ 4 ວັນ​, ຕອນ​ບ່າຍ​ວັນ​ທີ 26/3, ຢູ່ ປົວ​ຢາວ, ໄຮ​ໜານ, ປະ​ເທດ ຈີນ, ຄະ​ນະ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ ອາ​ຊີ ປົວ​ຢາວ 2017 ໄດ້​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ອັດ​ເວ​ທີ​ປາ​ໄສອາ​ຊີ ປົວ​ຢາວ 2017. ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ ເຈົາ​ກວນ​ຈູງ, ເລ​ຂາ​ທິ​ການ​ໃຫຍ່​ເວ​ທີ​ປາ​ໄສ ປົວ​ຢາວ ໄດ້​ແນະ​ນຳ​ຖະ​ແຫຼງ​ການ​ຂອງ​ເວ​ທີ​ປ​າ​ໄສ ປົວ​ຢາວ 2017 ກ່ຽວ​ກັບ​ການ​ຊຸກ​ຍູ້​ໂລ​ກາ​ພິ​ວັດ​ເສດ​ຖະ​ກິດ. ຕາມນັ້ນ​ແລ້ວ, ລັດ​ຖະ​ບານ​ບັນ​ດາ​ປະ​ເທດ ​ໄດ້ຖື​ໂລ​ກາ​ພິ​ວັດ​ເສດ​ຖະ​ກິດ ແມ່ນ​ກຳ​ລັງ​ຕັ້ງ​ໜ້າ. ການ​ຄ້າ​ຂ້າມ​ຊາຍ​ແດນ ແລະ ຫັນ​ການ​ລົງ​ທຶນ​ເປັນ​ເສ​ລີ​ແມ່ນ​ກຳ​ລັງ​ໜູນ​​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ. ລັດ​ຖະ​ບານ​ບັນ​ດາ​ປະ​ເທດກໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ຄັດ​ຄ​້ານ​ລັດ​ທິ​ອາ​ລັກ​ຂາ​ການ​ຄ້າ, ສືບ​ຕໍ່​ຊຸກ​ຍູ້​ວິ​ວັດ​ການ​ຫັນ​ການ​ລົງ​ທຶນ, ການ​ຄ້າ​ເປັນ​ເສ​ລີ, ພ້ອມ​ທັງ​ປະ​ຕິ​ຮູບ ແລະ ​ປັບ​ປຸງກົນ​ໄກ​​ລົງ​ທຶນ​ການ​ຄ້າຫຼາຍ​ຝ່າຍ.


ຂ່າວ/ບົດ​ອື່ນ