ອັດເຫດການໝູ່ບ້ານ ອາຊຽນ 2017

(VOVWORLD) - ພາຍຫຼັງໄດ້ດຳເນີນມາເປັນເວລາ 3 ວັນຢູ່ນະຄອນໂຮ່ຈີມິນ, ຕອນຄ່ຳວັນທີ 24 ກັນຍາ, ເຫດການໝູ່ບ້ານ ອາຊຽນ 2017  ໄດ້ຮັບການຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ 22 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ໄດ້ອັດລົງ. 
ອັດເຫດການໝູ່ບ້ານ ອາຊຽນ 2017 - ảnh 1 ການສະແດງສິລະປະຂອງບັນດານາງສາວລາວ ທີ່ເຫດການ

ໝູ່ບ້ານ ອາຊຽນ 2017 ມີ 200 ຮ້ານວາງສະແດງສິນຄ້າ ແລະ ອາຫານການກິນຂອງບັນດາປະເທດ ອາຊຽນ. ໃນຄ່ຳຄືນອັດງານບຸນນີ້, ມີຫຼາຍວາດຟ້ອນພື້ນເມືອງຂອງບັນດາປະເທດ ອາຊຽນ ໄດ້ຮັບການສະແດງຢ່າງມີຊີວິດຊີວາ. ປີນີ້, ຮ້ານວາງສະແດງຂອງ ຫວຽດນາມ ໄດ້ນຳມາວາງສະແດງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງວັດທະນະທຳຊົນເຜົ່າຈຳ. ອ້າຍ ວ້ານກວານຟູ໋ດວານ, ຜູ້ອຳນວຍການບໍລິສັດເຄື່ອງປັ້ນດິນເຜົາ ຈຳປາ ຈຳກັດ, ບໍລິສັດມີເຄື່ອງວາງສະແດງໃນຮ້ານວາງສະແດງ ຫວຽດນາມ, ໃຫ້ຮູ້ວ່າ:

        “ແຂກເຂົ້າມາຊົມໄດ້ເອົາໃຈໃສ່ເຖິງບັນດາຈຸດພິເສດດ້ານວັດທະນະທຳ ແລະ ບັນດາຮູບປັ້ນທີ່ເຕັມໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າຈຳ. ຕາມຂ້າພະເຈົ້າແລ້ວ, ບັນດາປະເທດເຂົ້າຮ່ວມເຫດການຄື: ໄທ, ກຳປູເຈຍ ແລະ ລາວ ລ້ວນແຕ່ມີບັນດາຈຸດທີ່ຄ້າຍຄືກັນດ້ານວັດທະນະທຳຄືກັບຊາວເຜົ່າຈຳຫຼາຍ. ຜ່ານຊຸມວັນຜ່ານມາ, ພວກຂ້າພະເຈົ້າໄດ້ຈັດຕັ້ງການພົບປະແລກປ່ຽນ ແລະ ໂຄສະນາບັນດາຈຸດວັດທະນະທຳຂອງຊາວເຜົ່າຈຳຂອງຕົນ.”

ຕອບກັບ

ຂ່າວ/ບົດ​ອື່ນ