ອີຕາລີຈັບບັນດາເປົ້າໝາຍຖືກສົງໄສມີກົນອຸບາຍບຸກໂຈມຕີກໍ່ການຮ້າຍ

ອີຕາລີຈັບບັນດາເປົ້າໝາຍຖືກສົງໄສມີກົນອຸບາຍບຸກໂຈມຕີກໍ່ການຮ້າຍ - ảnh 1
ເປົ້າໝາຍຖືກສົງໄສແມ່ນພວກກໍ່ການຮ້າຍ
(ພາບ: AFP)

(vovworld) – ວັນ​ທີ 28/4, ຕຳຫຼວດ ອີ​ຕາ​ລີ ​ໄດ້ຈັດ​ຕົວ 6 ຄົນ​ຢູ່​ຫຼາຍ​ແຂວງ​​ໃນ​ເຂດ Lombardy ​ແລະ Piedmon ​ໃນ​ບັ້ນ​ເຄື່ອນ​ໄຫວ​​ກວາດ​ລ້າງ​ພວກ​ກໍ່​ກາ​ນຮ້າຍ​ຂະໜາດ​ໃຫຍ່​ສຸດ​ນັບ​ແຕ່​ຕົ້ນ​ປີ​ຢູ່​ພາກ​ເໜືອ​ປະ​ເທດ​ນີ້. ບຸກຄົນ​ທັງ​ໝົດ​ດັ່ງກ່າວ​ລ້ວນ​ແຕ່​ຖື​ສັນຊາດ Maroc ​ແລະ ຖືກ​ກ່າວ​ຫາ​ເຂົ້າ​ຮ່ວມ​ບັນດາ​ອົງການ​ກໍ່​ການ​ຮ້າຍ​ສາກົນ. ກຳລັງ​ຕ້ານ​ກໍ່​ການ​ຮ້າຍ ອີ​ຕາ​ລີ ຊອກ​ເຫັນ​ເອກະສານ​ຫຼາຍ​ສະບັບ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ນັກຮົບ​ຕ່າງປະ​ເທດ​ທີ່ຕໍ່ສູ້​ໃຫ້​ອົງການ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ.


ຂ່າວ/ບົດ​ອື່ນ