ອີຕາລີບຸລິມະສິດພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ

ອີຕາລີບຸລິມະສິດພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ - ảnh 1
ກອງ​ປະ​ຊ​ຸມ​ສຳ​ມະ​ນາ​ຮ່ວມ​ມື​ເສດ​ຖະ​ກິດ​ຫວຽດ​ນາມ-ອີ​ຕາ​ລີ
ພາບ:moit.gov.vn
(vovworld)-​ລັດ​ຖະ​ບານ ອີ​ຕາ​ລີ ຍາມ​ໃດ​ກໍ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ, ສົມ​ທ​ົບ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອີ​ຕາ​ລີ​ - ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ ໄດ້​ສ້າງ​ເປັນ​ແບບ​ຢ່າງ​ເພື່ອ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ຂອງ ອີ​ຕາ​ລ​ີ ກັບ​ບັນ​ດາ​ປະ​ເທດ​ອື່ນ. ນີ້​ແມ່ນ​ຄຳ​ປາ​ໄສ​ຂອງ​ທ່ານ Efisio Luigi Marras, ຫົວ​ຫນ້າ​ກົມ​ໂລ​ກາ​ພິ​ວັດ ແລະ ບັນ​ດາ​ບັນ​ຫາ​ສາ​ກົນທີ່ກອງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ດຳ​ເນີນ​ງານ “ຫວຽດ​ນາມ-ອີ​ຕາ​ລ​ີ ໄລ​ຍະ 2013-2014 ແລະ ກະ​ກຽ​ມ​ແຜນ​ການ​ດຳ​ເນີນ​ງານ​ໄລ​ຍະ 2015-2016 ລະ​ຫວ່າງ​ຜູ້​ຕາງ​ຫນ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຕາ​ລ​ີ ແລະ ສະ​ຖານ​ທູດ​ຫວຽດ​ນາມ ຢູ່ ນະ​ຄອນ​ຫລວງ ໂຣມ ໃນ​ວັນ​ທີ 26/2. ສອງ​ຝ່າຍ​ເປັນ​ເອກ​ະ​ພາບ​ກັນ​ຕີ​ລາ​ຄາ​ວ່າ ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້​ໃນ​ໄລ​ຍະ 2013-2014 ແມ່ນ​ແທດ​ຈິງ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ທ​ັງ​ລວງ​ກ້​ວາງ ແລະ ລວງ​ເລິກ​ໃນ​ທຸກ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ