ອິນເດຍ ຮຽກຮ້ອງບັນດານັກລົງທຶນ ອາຊຽນ ເຂົ້າຮ່ວມບັນດາໂຄງການພັດທະນາພື້ນຖານໂຄງລ່າງ

(VOVWORLD) - ທ່ານນາງລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj ໃຫ້ຮູ້ວ່າ: ປະເທດນີ້ ໄດ້ເຊີນບັນດາປະເທດສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ລົງທຶນເຂົ້າບັນດາໂຄງການພັດທະນາພື້ນຖານໂຄງລ່າງຂອງ ອິນເດຍ.
ອິນເດຍ ຮຽກຮ້ອງບັນດານັກລົງທຶນ ອາຊຽນ ເຂົ້າຮ່ວມບັນດາໂຄງການພັດທະນາພື້ນຖານໂຄງລ່າງ - ảnh 1 ທ່ານນາງລັດຖະມົນຕີການຕ່າງປະເທດ Sushma Swaraj (ພາບ: AFP/TTXVN)

ກ່າວຄຳເຫັນໃນວັນທີ 19 ກໍລະກົດ ຢູ່ເວທີປາໄສ “ການເຈລະຈາ ເດລີ” ປະຈຳປີຄັ້ງທີ 10. ທ່ານນາງລັດຖະມົນຕີການຕ່າງປະເທດ Sushma Swaraj ເນັ້ນໜັກວ່າ ບັນດາການປະຕິຮູບໃໝ່ຢູ່ ອິນເດຍ ໄດ້ເປີດບັນດາກາລະໂອກາດໃໝ່ໃຫ້ແກ່ຂົງເຂດການຄ້າ ແລະ ການລົງທຶນຢູ່ທີ່ນີ້. ດັ່ງນັ້ນ, ທ່ານນາງ Sushma Swaraj ຮຽກຮ້ອງບັນດາວິສາຫະກິດທີ່ມາຈາກບັນດາປະເທດ ອາຊຽນ ຍາດແຍ່ງບັນດາໂອກາດເພື່ອລົງທຶນຢູ່ປະເທດ ອາຊີໃຕ້ນີ້ ໃນບັນດາຂົງເຂດຄື: ພັດທະນາບັນດານະຄອນສະຫລາດ, ກໍ່ສ້າງທາງບົກ, ທາງຄວາມໄວສູງ, ທ່າກ່ຳປັ່ນ, ທາງລົດໄຟ, ລະບົບຕາໜ່າງໄຟຟ້າ ແລະ ພື້ນຖານໂຄງລ່າງຕົວເມືອງ.

        ເນື່ອງໃນໂອກາດນີ້, ທ່ານນາງລັດຖະມົນຕີການຕ່າງປະເທດ Sushma Swaraj ກໍ່ຢືນຢັນຄືນໃໝ່ວ່າ ປັດຈຸບັນ ອິນເດຍ ພ້ອມກັບ ຍີ່ປຸ່ນ, ຈີນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ ໄດ້ເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ກັບ 10 ປະເທດ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ