ອິນເດຍ ເພີ່ມທະວີການປ້ອງກັນຄວາມສະຫງົບປອດໄພຢູ່ວິຫານTaj Mahal

ອິນເດຍ ເພີ່ມທະວີການປ້ອງກັນຄວາມສະຫງົບປອດໄພຢູ່ວິຫານTaj Mahal  - ảnh 1
ວິຫານ Taj Mahal (ພາບ/TTXVN)

(vovworld) - ວັນ​ທີ 17/03 ຕຳຫລວດ ອິນ​ເດຍ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ໄດ້​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​​ຢູ່​ວິຫານ Taj Mahal ພາຍຫລັງ​ມີ​ແຫຼ່ງຂ່າວ​ວ່າ ກຸ່ມ​ສະໜັບສະໜູນ​ອົງການ ລັດ​ອິດສະ​ລາມ (IS) ​ອ້າງ​ຊື່​ເອງ ​ໄດ​້ນາບ​ຂູ່​ຈະ​ປະຕິບັດ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ໃສ່ກິດຈະກຳ ​ເຊິ່ງ​ໄດ້​ຮັບ​ການກໍ່ສ້າງ​ແຕ່​ສະຕະວັດ​ທີ 17 ກໍ່​ຄື​ບາງ​ສະຖານ​ທີ່​ອື່ນໆ​ຢູ່ ອິນ​ເດຍ. ຕຳຫລວດ​ໄດ້​ເພ​ີ່ມທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່ວິຫານ Taj Mahal, ​ເຖິງ​ວ່າ​ຍັງ​ບໍ່​ທັນ​ມີ​ຄຳ​ກ່າວ​ເຕືອນທາງ​ການ​ ຫຼື ຂໍ້​ມູນ​ຂ່າວສືບ​ລາຊະການ​ລັບ​ລະອຽດ​ກ່ຽວ​ກັບ​ໄພ​ນາບ​ຂູ່ກໍ່ຕາມ. ​ແຕ່​ກອງ​ມ້າງ​ທຳລາຍ​ລະ​ເບີດ​ກໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍພ້ອມ​ກັບ​ກຳລັງ​​ເພີ່ມ​ເຕີ່​ມລາດ​ຕະ​ເວນ​ແມ່​ນ້ຳ  Yamuna ​ໃກ້​ກັບ​ວິຫານ Taj Mahal.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ