ອິນເດຍ ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມ

(VOVWORLD) - ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມວັນບຸນວິສາຂະບູຊາ (Vesak) ສະຫະປະຊາຊາດ ໃນລະຫວ່າງວັນທີ 9 – 12 ພຶດສະພາ. 

ກ່າວຄຳເຫັນໃນການພົບປະກັບພໍ່ແມ່ປະຊາຊົນຊາວ ອິນເດຍ ທີ່ອາໄສ ຢູ່ ຫວຽດນາມ ໃນວັນທີ 09 ພຶດສະພາ, ທ່ານຮອງປະທານາທິບໍດີ ອິນເດຍ Venkaiah Naidu ໄດ້ຢືນຢັນວ່າ ອິນເດຍ ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມ ໃນຫລາຍຂົງເຂດແຕກຕ່າງກັນ. ທ່ານ Venkaiah Naidu ໃຫ້ຂໍ້ສັງເກດວ່າ ການພົວພັນລະຫວ່າງ 2 ປະເທດ ໄດ້ຜ່ານການທົດສອບ ແລະ ຍືນຍົງຄົງຕົວຜ່ານການເວລາ. ເມື່ອເຕື້ອງເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ, ທ່ານຮອງປະທານາທິບໍດີ ອິນເດຍ Venkaiah Naidu ຕີລາຄາວ່າ: ໃນຊຸມປີຜ່ານມາ, ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າໃນຂົງເຂດເສດຖະກິດ ແລະ ສັງຄົມອັນໃຫຍ່ຫລວງ. ລະດັບຄວາມໄວໃນການພັດທະນາເສດຖະກິດສູງໄດ້ຮັບການຮັກສາຢ່າງຕໍ່ເນື່ອງ ບວກກັບວິໄສທັດອັນຍາວໄກ ແລະ ກ້ວາງຂວາງຂອງຄະນະການນຳ ຫວຽດນາມ ໄດ້ຮັບປະກັນຄວາມກ້າວໜ້າ, ການພັດທະນາ ແລະ ວັດທະນາຖາວອນຢ່າງວ່ອງໄວ.

ອິນເດຍ ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມ - ảnh 1 ທ່ານຮອງປະທານາທິບໍດີ Venkaiah Naidu (ພາບ:  TTXVN)

         ທ່ານຮອງປະທານາທິບໍດີ Venkaiah Naidu ກໍ່ສະແດງຄວາມເພິ່ງພໍໃຈກ່ຽວກັບວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ອິນເດຍ ໄດ້ເພີ່ມຂຶ້ນເກືອບທົບ 2 ເທົ່າ ແຕ່ 7,8 ຕື້ USD ໃນປີ 2016 ຂຶ້ນເກືອບ 14 ຕື້ USD ໃນປີ 2018. ທ່ານ Venkaiah Naidu ໄດ້ຮຽກຮ້ອງ 2 ປະເທດຕ້ອງຮຽງບ່າຮຽງໄຫລ່ ດ້ວຍຄວາມເອກອ້າງທະນົງໃຈ ແລະ ຄວາມຕັດສິນໃຈ, ຊ່ວຍເຫຼືອກັນພັດທະນາ ແລະ ວັດທະນະຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ