ອິນເດຍ:ການໃຊ້ຄວາມຮຸນແຮງເພີ່ມຂຶ້ນຢູ່Kashmia

ອິນເດຍ:ການໃຊ້ຄວາມຮຸນແຮງເພີ່ມຂຶ້ນຢູ່Kashmia - ảnh 1
ລົດ​ຂົນ​ສົ່ງ​ກຳ​ລັງ​ທະ​ຫານ​ລາດ​ຖືກ​ບຸກ​ໂຈມ​ຕີ
ພາບ:internet

(vovworld)- ໃນ​ວັນ​ທີ 25/6, ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດ 8 ຄົນ ແລະ 20 ຄົນ​ຖືກ​ບາດ​ເຈັບ ທີ່​ຂຶ້ນ​ກັບ​ກຳ​ລັງ​ທະ​ຫານ​ລາດເມື່ອ ​ກຸ່ມ​ກະ​ບົດມີ​ອາ​ວຸດ​ສະ​ກັດ​ຕີ​ລົດ​ຂົນ​ສົ່ງ​ກຳ​ລັງ​ດັ່ງ​ກ່າວ ຢູ່​ມໍ່​ກັບ​ນະ​ຄອນ Srinagar ຂຶ້ນ​ກັບ​ເຂດ Kashmir ໂດຍ​ອິນ​ເດຍຄວບ​ຄຸ​ມ. ຕົ້ນ​ເດືອນ 6, ມີ​ລົດ​ຂົນ​ສົ່ງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ອິນ​ເດຍ ຢູ່ ເທດ​ສະ​ບານ Bijnehara ກໍ​ຖືກ​ພວກ​ກະ​ບົນ​ສະ​ກັດ​ຕີ ເຮັດ​ໃຫ້ 3 ຄົ​ນ​ເສຍ​ຊີ​ວິດ ແລະ ອີກ 9 ຄົນ​ຖືກ​ບາດ​ເຈັບ. ມີ​ກຸ່ມ​ກະ​ບົດ​ຈຳ​ນວນ​ຫນຶ່ງ ເຄີຍ​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ກຳ​ລັງທະ​ຫານ ແລະ ຕຳ​ຫລວ​ດ​ຢູ່​ເຂດນີ້.  ອີນ​ເດຍ ກ່າວ​ຫາ ປາ​ກິດ​ສະ​ຖານ ຫນູນ​ຫລັງ​ບັນ​ດາ​ກຳ​ລັງ​ກະ​ບົດ​ຢູ່ Kashmir ແຕ່ Islamabad ປະ​ຕິ​ເສດ​ຄຳ​ກ່າວ​ຫາ​ດັ່ງ​ກ່າວ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ