ອິນເດຍຢາກສືບຕໍ່ຮ່ວມມືດ້ານນ້ຳມັນອາຍແກັດກັບຫວຽດນາມຢູ່ທະເລຕາເວັນອອກ

(VOVWORLD) -2 ຝ່າຍໄດ້ຢືນຢັນຫຼັກໝັ້ນລວມກ່ຽວກັບທະເລຕາເວັນອອກ, ໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີ ແລະ ຄວາມໝັ້ນຄົງໃນການເດີນທະເລ
ອິນເດຍຢາກສືບຕໍ່ຮ່ວມມືດ້ານນ້ຳມັນອາຍແກັດກັບຫວຽດນາມຢູ່ທະເລຕາເວັນອອກ - ảnh 1(2 ຝ່າຍໄດ້ເຫັນດີຕໍ່ບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອິນເດຍ)

ທ່ານລັດຖະມົນຕີການຕ່າງປະເທດອິນເດຍ ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມືດ້ານນ້ຳມັນອາຍແກັດກັບຫວຽດນາມ ຢູ່ທະເລຕາເວັນອອກ ແລະ ຢືນຢັນຫຼັກໝັ້ນລວມກ່ຽວກັບທະເລຕາເວັນອອກ ໃນການພົບປະ 2 ຝ່າຍກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໃນວັນທີ 02 ສິງຫາ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52, ຢູ່ບາງກອກ, ປະເທດໄທ.

        2 ຝ່າຍໄດ້ເຫັນດີຕໍ່ບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອິນເດຍ, ເພີ່ມທະວີບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງ, ຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ກະສິກຳ…

        ອິນເດຍ ປາດຖະໜາຢາກສືບຕໍ່ຮ່ວມມືດ້ານນ້ຳມັນອາຍແກັດກັບຫວຽດນາມ ຢູ່ທະເລຕາເວັນອອກ. 2 ຝ່າຍໄດ້ຢືນຢັນຫຼັກໝັ້ນລວມກ່ຽວກັບທະເລຕາເວັນອອກ, ໃຫ້ຄຳໝັ້ນສັນຍາຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີ ແລະ ຄວາມໝັ້ນຄົງໃນການເດີນທະເລ, ແກ້ໄຂບັນດາບັນຫາບົນທະເລໂດຍສັນຕິວິທີ ເໝາະສົມກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດບັງກລາເທດ Abdul Momen.

ຕອບກັບ

ຂ່າວ/ບົດ​ອື່ນ