ອິນໂດເນເຊຍ ເປີດບັ້ນຊອກຫາເຮືອບິນຕົກຄືນໃໝ່

(VOVWORLD) - ຍ້ອນກຳລັງກົດດັນຈາກຄອບຄົວບັນດາຜູ້ປະສົບເຄາະຮ້າຍ, ວັນທີ 17 ທັນວາ, ບໍລິສັດການບິນ Lion Air ປະກາດວ່າ: 

ຈະເປີດບັ້ນຊອກຫາຄັ້ງທີ 2 ສຳລັບກັບດຳແລະ ບັນດາຜູ້ປະສົບເຄາະຮ້າຍໃນເຮືອບິນ Boeing 737-MAX 8 ຂອງບໍລິສັດການບິນນີ້ ທີ່ຕົກໃນທ້າຍເດືອນ ຕຸລາ ຜ່ານມາ. ຖະແຫຼງການຂອງ Lion Air ຊີ້ແຈ້ງວ່າ: ບັ້ນຊອກຫານີ້ ມີການເຂົ້າຮ່ວມຂອງບໍລິສັດ ໂຮນລັງ ຈະແກ່ຍາວມາເປັນເວລາ 10 ວັນໃນເດືອນ ທັນວາ ນີ້. ວັນທີ 29 ຕຸລາ, ເຮືອບິນ Boeing 737-MAX 8 ໝາຍເລກ JT 610, ບັນທຸກຜູ້ໂດຍສານບິນຈາກນະຄອນຫລວງ ຈາກາກຕາ ໄປຍັງ Pangkal Pinang ຖືກຕົກລົງທະເລ ພາຍຫລັງບິນຂຶ້ນໄດ້ປະມານ 13 ນາທີ, ເຮັດໃຫ້ຜູ້ໂດຍສານ 189 ຄົນທັງໝົດ ແລະ ຈຸບິນຫາຍສາບສູນ.

ຕອບກັບ

ຂ່າວ/ບົດ​ອື່ນ