ອິນໂດເນເຊຍ ແລະ ຫວຽດນາມ ຊຸກຍູ້ການຮ່ວມມືໃນຂົງເຂດທະເລແລະອາຊີບຫາປາ

ອິນໂດເນເຊຍ ແລະ ຫວຽດນາມ ຊຸກຍູ້ການຮ່ວມມືໃນຂົງເຂດທະເລແລະອາຊີບຫາປາ - ảnh 1
ທ່ານ ຫວູ​ວັນ​ຕາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ​ທ່ານ​ນາງ Susi Pudjiastuti, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເດີນ​ທະ​ເລ ແລະ ອາ​ຊີບ​ຫາ​ປາ ອິນ​ໂດ​ເນ​ເຊຍ
ພາບ: fistenet.gov.vn

(vovworld)- ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ “ການກວດ​ກາ​ຕົ້ນ​ກຳ​ເນີດ​ຂອງ​ຜະ​ລິດ​ຕະ​ພັນ​ສິນ​ໃນ​ນ້ຳ” ແລະ ກອງ​ປະ​ຊຸມ​ສິນ​ໃນ​ນ້ຳ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ປາ​ຊ​ີ​ຟີກ ໃນ​ວັນ​ທີ26/7, ທ່ານ ຫວູ​ວັນ​ຕາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາງ Susi Pudjiastuti, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເດີນ​ທະ​ເລ ແລະ ອາ​ຊີບ​ຫາ​ປາ ອິນ​ໂດ​ເນ​ເຊຍ. ທີ່​ການ​ເຈ​ລະ​ຈາ, ສອງ​ຝ່າຍ​ເຫັນ​ດີ ຈະ​ລາຍ​ງານ​ຕໍ່​ລັດ​ຖະ​ບານ​ສອງ​ປະ​ເທດ​ໂດຍ​ໄວ​ເພື່ອ​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 5 ປີ​ສຳ​ລັບ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ການ​ເດີນ​ທະ​ເລ ແລະ ອາ​ຊີບ​ຫາ​ປາ​ລະ​ຫວ່າງ​ສອງ​ປະ​ເທດ​ຊື່ງ​ໄດ້​ລົງ​ນາມ​ໃນ​ວັນ​ທີ 27/1/2010 ປະ​ຈຸ​ບັນ​ໄດ້​ໝົດ​ຜົນ​ສັກ​ສິດ​ແລ້ວ. ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ປ​ະ​ຊຸມ​ຄະ​ນະ​ກຳ​ມະ​ການ​ເຕັກ​ນິກ​ຮ່ວມ​ຕາມ​ມາດ​ຕາ 3 ຂອງ​ບົດ​ບັນ​ທຶກ​ຊ່ວຍ​ຈຳ. ຄຽງ​ຄູ່​ກັນ​ນັ້ນ, ສອງ​ຝ່າຍ ຈະ​ພິ​ຈາ​ລະ​ນາ​ລົງ​ນາ​ມ​ໃນ​ຂໍ້​ຕົກ​ລົງ​ລະ​ຫວ່າງ ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ແລະ ກະ​ຊວງ​ການ​ເດີນ​ທະ​ເລ ແລະ ອາ​ຊີບ​ຫາ​ປາ​ຂອງ​ອິນ​ໂດ​ເນ​ເຊຍ ກ່ຽວ​ກັບ​ການ​ສ້າງ​ໂທ​ລະ​ສັບ​ສາຍ​ດ່ວນ ເພື່ອ​ຕ້ານ​ການ​ຫາ​ປາ​ຢ່າ​ງ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ປະ​ຕິ​ບັດ​ຕາມ​ການ​ກຳ​ນົດ. ທ່ານ​ນາງລັດ​ຖະ​ມົນ​ຕີ Susi Pudjiastuti ສົ່ງ​ເສີມ​ຫວຽດ​ນາມ ລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດ​ລ້ຽງ,ປູກ ແລະ ປຸງ​ແຕ່ງ​ສິນ​ໃນ​ນ້ຳ​ຢູ່ ອິນ​ໂດ​ເນ​ເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ