ອິນໂດເນເຊຍເພີ່ມທະວີການຮ່ວມມື,ສົມທົບກັບຫວຽດນາມກ່ຽວກັບບັນດາບັນຫາພາກພື້ນແລະສາກົນ

(VOVWORLD) -ວັນທີ 13 ສິງຫາ, ຢູ່ຈາກາຕາ, ທ່ານ ຟ້າມກວາງວິງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ ໄດ້ຍື່ນສານແຕ່ງຕັ້ງຕໍ່ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo.

ອິນໂດເນເຊຍເພີ່ມທະວີການຮ່ວມມື,ສົມທົບກັບຫວຽດນາມກ່ຽວກັບບັນດາບັນຫາພາກພື້ນແລະສາກົນ - ảnh 1ທ່ານ ຟ້າມກວາງວິງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ

ຍື່ນສານແຕ່ງຕັ້ງຕໍ່ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo 

(ພາບ: Antara)

ທີ່ການພົບປະແລກປ່ຽນກັບທ່ານປະທານາທິບໍດີ Joko Widodo ພາຍຫຼັງຍື່ນສານແຕ່ງຕັ້ງ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ແຈ້ງໃຫ້ທ່ານປະທານາທິບໍດີ Joko Widodo ຊາບກ່ຽວກັບການພັດທະນາທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ເຊິ່ງໄດ້ຮັບການສ້າງຕັ້ງເມື່ອປີ 2013 ແລະ ການຜັນຂະຫຍາຍປະຕິບັດໂຄງການເຄື່ອນໄຫວໄລຍະ 2014 – 2017 ໃຫ້ເປັນຢ່າງດີ. ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ຢືນຢັນວ່າ, ບັນດາການນຳ ແລະ ປະຊາຊົນຫວຽດນາມ ປາດຖະໜາຢາກຮັກສາ, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດຢ່າງຮອບດ້ານ, ເລິກເຊິ່ງກວ່າອີກ.

        ສ່ວນທ່ານປະທານາທິບໍດີ Joko Widodo ກໍ່ອວຍພອນໃຫ້ຫວຽດນາມ ປະສົບຜົນສຳເລັດໃນການຈັດເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ (WEF ASEAN) ເຊິ່ງດຳເນີນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 11 – 13 ກັນຍາ ຈະມາເຖິງ; ເນັ້ນໜັກຄວາມປາດຖະໜາຢາກແລກປ່ຽນກັບບັນດາການນຳຫວຽດນາມ ກ່ຽວກັບບັນຫາ 2 ຝ່າຍ ແລະ ຫຼາຍຝ່າຍຢ່າງເລິກເຊິ່ງ, ກວ້າງຂວາງ ໃນການຢ້ຽມຢາມທາງລັດຖະກິດຫວຽດນາມ ໃນຕົ້ນເດືອນກັນຍາ ຈະມາເຖິງ. ທ່ານປະທານາທິບໍດີ Joko Widodo ຫວັງວ່າ, ໃນການຢ້ຽມຢາມຫວຽດນາມ ທີ່ຈະມາເຖິງນີ້, ດ້ວຍບັນດາຂໍ້ຕົກລົງໃໝ່ທີ່ໄດ້ຮັບການລົງນາມ ຈະປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ