ອຸບັດຕິເຫດທາງລົດໄຟເຮັດໃຫ້ເກືອບ120ຄົນເສຍຊີວິດແລະຮັບບາດເຈັບແມ່ນຍ້ອນຄວາມຜິດຂອງມະນຸດ

ອຸບັດຕິເຫດທາງລົດໄຟເຮັດໃຫ້ເກືອບ120ຄົນເສຍຊີວິດແລະຮັບບາດເຈັບແມ່ນຍ້ອນຄວາມຜິດຂອງມະນຸດ - ảnh 1
ກຳລັງກູ້ໄພກູ້ຊີບຢູ່ສະຖານທີ່ເກີດເຫດ
(ພາບ: AFP/TTXVN)

(vovworld) – ອຸບັດ​ຕິ​ເຫດ​ຢ່າງໜັກໜ່ວງ​ເມື່ອ​ລົດ​ໄຟ​ຕຳ່​ກັນ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 9/2 ຢູ່​ລັດ Bayern ຂອງ​ເຢຍລະ​ມັນ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 10 ຄົນ​ເສຍ​ຊີວິດ ​ແລະ ​ເກື​ອບ 110 ຄົນ​ຮັບ​ບາດ​ເຈັບ, ​ແມ່ນ​ຍ້ອນ​ຄວາມ​ຜິດ​ຂອງ​ມະນຸດ. ນີ້​ແມ່ນ​ໝາກຜົນ​ໃນ​ການ​ສືບສວນ​ໃນ​ເບື້ອງ​ຕົ້ນ​ໂດຍ​ສື່​ມວນ​ຊົນ ​ເຢຍລະ​ມັນ ປະກາດ​ໃນ​ຕອນ​ຄຳ່​ວັນ​ດຽວ​ກັນ. ຕາມ​ໝາກຜົນ​ຂອງ​ການ​ສືບ​ສວນ​ໃນ​ເບື້ອງ​ຕົ້ນ​ແລ້ວ, ລົດ​​ໄຟ 2 ຄັນ​ຂົນ​ສົ່ງ​ຜູ້​ໂດຍສານ 150 ຄົນ​ໄດ້​ຕຳ່​ກັນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/2 ຢູ່​ເຂດ Bad Aibling ຂະນະ​ທີ່​ພວມ​ແລ່ນ​ດ້ວຍ​ຄວາມ​ໄວ​ສູງ​ບົນ​ລາງ​ລົດ​ໄຟ​ດຽວ. ​ແຕ່​ເຖິງ​ຢ່າງ​​​ໃດ​ກໍຕາມ, ປະຈຸ​ບັນ​ຍັງ​ບໍ່​ທັນ​ຮູ້​ກ່ຽວ​ກັບຜູ້​​ຮັບຜິດຊອບ​ຕົ້ນ​ຕໍ່​ຂອງ​ອຸບັດ​ຕິ​ເຫດ​ດັ່ງກ່າວ​ເທື່ອ.


ຂ່າວ/ບົດ​ອື່ນ