ອີຢູ ກ່າວເຕືອນຄວາມສ່ຽງຈາກນະໂຍບາຍ “ວິຊາ ແລະ ໜັງສືຜ່ານແດນສີເຫຼືອງຄໍາ” ຂອງບັນດາປະເທດ ສະມາຊິກ

(VOVWORLD) -ບັນດາປະເທດສະມາຊິກ ຄວບຄຸມນະໂຍບາຍອອກ ໜັງສືຜ່ານແດນສີເຫຼືອງຄໍາ ແລະ ວິຊາ” ບຸລິມະສິດເປັນພິເສດໃຫ້ແກ່ບັນດານັກລົງທຶນຕ່າງປະເທດ

ວັນທີ 23 ມັງກອນ, ສະຫະພາບເອີຣົບ (ອີຢູ) ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຄວບຄຸມນະໂຍບາຍອອກ ໜັງສືຜ່ານແດນສີເຫຼືອງຄໍາ ແລະ ວິຊາ” ບຸລິມະສິດເປັນພິເສດໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ພ້ອມທັງກ່າວເຕືອນວ່າ ເລື່ອງດັ່ງກ່າວ ອາດຈະສ້າງເງື່ອນໄຂເພື່ອສໍ້ລາດບັງຫຼວງ ແລະ ການຟອກເງິນ ແຜ່ຂະຫຍາຍໄປສູ່ ອີຢູ.

        ຄະນະກໍາມະການເອີຣົບ ໄດ້ປະກາດບົດລາຍງານ ໂດຍກະຕຸກຊຸກຍູ້ບັນດາສະມາຊິກປັບປຸງເລື່ອງມອບ ໜັງສືຜ່ານແດນສີເຫຼືອງຄໍາ ແລະ ວິຊາ” ໃຫ້ພົນລະເມືອງຕ່າງປະເທດ ຈີນ, ລັດເຊຍ ແລະ ອາເມລິກາ, ສິດພົນລະເມືອງ ຫຼື ສິດພັກເຊົ່າ ໃຫ້ເໝາະສົມເພື່ອແລກເອົາບັນດາບ້ວງເງິນລົງທຶນ. ກ່າວຄໍາເຫັນທີ່ການຖະແຫຼງຂ່າວປະກາດບົດລາຍງານດັ່ງກ່າວ, ທ່ານນາງ Vera Jourova ກໍາມະການຍຸຕິທໍາ ຂອງ ອີຢູ ໃຫ້ຮູ້ວ່່າ ອົງການດັ່ງກ່າວ ພວມຕິດຕາມນະໂຍບາຍດັ່ງກ່າວ ທີ່ມີຊື່ວ່າ “ລາຍການໜັງສືຜ່ານແດນ ແລະ ວິຊາສີເຫຼືອງຄໍາ” ແລະ ກ່າວເຕືອນວ່າ ນະໂຍບາຍດັ່ງກ່າວ ບໍ່ຄວນກາຍເປັນຕ່ອງໂສ້ທີ່ອ່ອນແອ ໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະການຟອກເງິນ ຢູ່ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ