ອີຢູ ກຳນົດເວລາສຸດທ້າຍຕໍ່ສະພາແຫ່ງຊາດພາກຕາເວັນອອກ ລີບີ

(VOVWORLD) - ລີບີ ຍັງຄົງຖືກແບ່ງແຍກລະຫວ່າງຝ່າຍໜຶ່ງແມ່ນລັດຖະບານຢູ່ນະຄອນຫລວງ Tripoli ໄດ້ຮັບການສະໜັບສະໜູນຈາກສາກົນ


ກາງເດືອນ ທັນວາ ຈະມາເຖິງ ແມ່ນໄລຍະເວລາ ເຊິ່ງສະຫະພາບ ເອີຣົບ (ອີຢູ) ໄດ້ກຳນົດ ໃຫ້ສະພາແຫ່ງຊາດພາກຕາເວັນອອກ ລີບີ ປັບປຸງຂໍ້ຕົກລົງດ້ານການເມືອງ, ຢຸດຕິວິກິດການການເມືອງຢູ່ປະເທດ ອາຟຣິກາເໜືອ ນີ້. ວັນທີ 18 ພະຈິກ ສະມາຊິກສະພາແຫ່ງຊາດພາກຕາເວັນອອກ ລີບີ ຜູ້ໜຶ່ງໃຫ້ຮູ້ວ່າ: ການນຳລັດຖະສະພາ ເອີຣົບ ແລະ ບາງປະເທດໃຫຍ່ອື່ນໆຂອງ ອີຢູ ຮຽກຮ້ອງໃຫ້ບັນດາສະມາຊິກສະພາແຫ່ງຊາດ ລີບີ ຕ້ອງປັບປຸງບັນດາຂໍ້ຕົກລົງດ້ານການເມືອງ ຍ້ອນວ່າ ນັ້ນແມ່ນການເລືອກເຟັ້ນໜຶ່ງດຽວ ເພື່ອຢຸດຕິການແບ່ງແຍກລະຫວ່າງບັນດາຝ່າຍຢູ່ ລີບີ. ອີຢູ ກ່າວເຕືອນວ່າ ຖ້າຫາກກີດຂວາງການປະຕິບັດຂໍ້ຕົກລົງນີ້ ຈະຕ້ອງປະເຊີນໜ້າກັບບັນດາຄຳສັ່ງລົງໂທດໃໝ່ ຈາກສະຫະພາບນີ້ ກໍ່ຄືຈາກບັນດາປະເທດ ເອີຣົບ.

        ລີບີ ຍັງຄົງຖືກແບ່ງແຍກລະຫວ່າງຝ່າຍໜຶ່ງແມ່ນລັດຖະບານຢູ່ນະຄອນຫລວງ Tripoli ໄດ້ຮັບການສະໜັບສະໜູນຈາກສາກົນ, ແລະຝ່າຍໜຶ່ງແມ່ນອຳນາດການປົກຄອງຝ່າຍຄ້ານທີ່ມີສຳນັກງານຕັ້ງຢູ່ນະຄອນ Tobruk ທາງພາກຕາເວັນອອກ ລີບີ.


ຕອບກັບ

ຂ່າວ/ບົດ​ອື່ນ