ອີຢູ ຊອກຫາຂໍ້ຕົກລົງກ່ຽວກັບບັນຫາຊາວອົບພະຍົບ

(VOVWORLD) - ບັນດາການນຳ ເອີຣົບ ຈະປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ເພື່ອສາມາດບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ ກ່ຽວກັບບັນດານະໂຍບາຍທີ່ກ່ຽວຂ້ອງເຖິງການຮັບເອົາຊາວອົບພະຍົບກ່ອນເດືອນ ມິຖຸນາ 2018.

ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫລັງສິ້ນສຸດກອງປະຊຸມສຸດຍອດສະຫະພາບ ເອີຣົບ (ອີຢູ) ໃນວັນທີ 15 ທັນວາ, ທ່ານປະທານສະພາ ເອີຣົບ Donald Tusk ຕີລາຄາໂດຍໃຫ້ຮູ້ວ່າ: ການນຳບັນດາປະເທດ ອີຢູ ຢືນຢັນວ່າ ສືບຕໍ່ເດີນຕາມບັນດາເປົ້າໝາຍຂອງ ອີຢູ, ນັ້ນແມ່ນປົກປັກຮັກສາຜືນແຜ່ນດິນຂອງຕົນ, ປ້ອງກັນເສັ້ນຊາຍແດນຢູ່ນອກ ອີຢູ ແລະ ສະກັດກັ້ນກະແສຊາວອົບພະຍົບຜິດກົດໝາຍ.

        ທ່ານປະທານສະພາເອີຣົບຕີລາຄາວ່າ: ບັນດາມາດຕະການໃຫ້ 2 ບັນຫາ ເຊິ່ງທ່ານສະເໜີກັບບັນດາການນຳ ອີຢູ ແມ່ນປັດໄຈຕົ້ນຕໍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ