ອີຢູ ສະແດງຫຼັກໝັ້ນແຂງກະດ້າງເມື່ອບັນດາການເຈລະຈາຫຍັບໃກ້ເຂົ້າມາ

ອີຢູ ສະແດງຫຼັກໝັ້ນແຂງກະດ້າງເມື່ອບັນດາການເຈລະຈາຫຍັບໃກ້ເຂົ້າມາ - ảnh 1
ທ່ານ​ນາງນ​າ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ແລະ ​ປະ​ທານ​ສະ​ພາ​ເອີ​ລົບ
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​ສະ​ຫະ​ພາບ​ເອີ​ລົບ (ອີຢ​ູ) ໄດ້​ສະ​ແດງ​​ໃຫ້​ເຫັນຫຼັກ​ໝັ້ນ​ຢ່າງແຮງ​ເມື່ອ​ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ Brexit (ອັງ​ກິດ​ຖອນ​ອອກ​ຈາກ​ອີ​ຢູ) ພວມ​ຫຍັບໃກ້​​ເຂົ້າມາ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ສິດ​ຂອງ​​ພົນ​ລະ​ເມືອງ ແລະ ອະ​ນ​າ​ຄົດ​ຂອງ​ບັນ​ດາ​ການບໍ​ລິກ​ານ​ການ​ເງິນ. ​ເມື່ອໃນ​ຮ່າງ​ມະ​ຕິ “ທິດ​ທາງ​ກ້າວ​ໄປ​ເຖິງ​ການ​ເຈ​ລະ​ຈາ” ເຊິ່ງ​ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ ສະ​ເໜີ​ຢ່າງ​ຈະ​ແຈ້ງວ່າ ອີ​ຢູ ຖື​ເປັນ​ສຳ​ຄັນ​ການ​ປົກ​ປ້ອງ​ສິດ​​ຜົນ​ປະ​ໂຫຍດຂອງ​ພົນ​ລະ​ເມືອງ​ເອີ​ລົບ ຢູ່​ອັງ​ກິດ (ແລະ​ກົງ​ກັນ​ຂ້າມ​ສຳ​ລັບ​ພົນ​ລະ​ເມືອງ​ອັງ​ກິດ ຢ​ູ່​ອີ​ຢູ) ແມ່ນ​ໜຶ່ງ​ໃນ​ 3 ບຸ​ລິ​ມະ​ສິດ​​ແຖວ​ໜ້າ​ຂອງ​ບັນ​ດາ​ການ​ເຈ​ລະ​ຈາ, ພ້ອມ​ທັງ​ຈະ​ຊອກ​ຫາ​ທຸກວິ​ທີ​ເພື່​ອ​ຮັບ​ປະ​ກັນ “ສິດ​ໄດ້​ນຳ​ໃຊ້​ຂໍ້​ກຳ​ນົດ​​ຢູ່ອາ​ໄສ​ເປັນ​ປະ​ຈຳ” ໃຫ້​ບັນ​ດາ​ຜູ້​​ທີ່ພວມ​ດຳ​ລົງ​ຊີ​ວິດ​ຢ່າງ​ຖືກ​ຕາມ​ກົດ​ໝາຍ​ໃນ​ໄລ​ຍະ 5 ປີ​ໃນ​ເຂດ​ດິນ​ແດນ​ຂອງ​ອັງ​ກິດ. ອ​ີ​ຢູ ຢືນ​ຢັນ​ວ່າ, ບໍ່​ວ່າ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ເສ​ລີ​ໃດໆ​ທີ່​ອະ​ນຸ​ຍາດ​ໃຫ້​ລອນ​ດອນ, ສ​ູນ​ກາງ​ຄ້າ​ແຖວ​ໜ້າ​ຂອ​ງ​ເອ​ີ​ລົບ, ສືບ​ຕໍ່​​ໄດ້ສຳ​ພັດ​ກັບ​ບັນ​ດາ​ຕະ​ຫຼາດ​ອີ​ຢູ ລ້ວ​ນ​ແຕ່​ຈະຮຽກ​ຮ້ອງ​ໃຫ້​ອັງ​ກິດ ສືບ​ຕໍ່​ເຄົາ​ລົບ​ບັນ​ດາ​ມາດ​ຕະ​​ຖານ​ກ່ຽວ​ກັບ​ການ​ຄຸ້ມ​​ຄອງ ແລະ ຕິດ​ຕາມກວດ​ກາ​ຂອງ​ອີ​ຢູ.

ຕອບກັບ

ຂ່າວ/ບົດ​ອື່ນ