ອີຢູ ແລະ ສະຫະປະຊາຊາດເລີ່ມເຄື່ອນໄຫວໂຄງການຕ້ານກໍ່ການຮ້າຍຢູ່ປາກິດສະຖານ

ອີຢູ ແລະ ສະຫະປະຊາຊາດເລີ່ມເຄື່ອນໄຫວໂຄງການຕ້ານກໍ່ການຮ້າຍຢູ່ປາກິດສະຖານ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ວັນ​ທີ 25/04, ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ແລະ ຫ້ອງ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ແລະ ອາດ​ຊະ​ຍາ​ກຳ​ຂອງ​ຫະ​ປະ​ຊາ​ຊາດ (UNODC) ໄດ​້​ເລີ່ມ​​ປະ​ຕິ​ບັດ​ໂຄງ​ການ​ກະ​ທຳ​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ຢູ່​ປາ​ກິດ​ສະ​ຖານ (PACT) ດ້ວຍ​​ເປົ້າໝາຍ​ແມ່ນ​ເພີ່ມ​ທະ​ວ​ີ​ລະ​ບົບ​ສານຄະ​ດີອາ​ຍາ​ຢູ່​ປາ​ກິດ​ສະ​ຖານ ເພື່ອ​ແນ​ໃສ່​ຕ້ານ​ລັດ​ທິກໍ່​ການ​ຮ້າຍ. ໂຄງ​ການ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​ດັ່ງ​ກ່າວ​ຈະ​ແກ່​ຍາວ​ເປັນ​ເວ​ລາ 3 ປີ, ເພື່ອ​ແນ​ໃສ່​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ປາ​ກິດ​ສະ​ຖານ ເພື່ອ​ຕ້ານ​ຄືນ​ບັນ​ດາ​ໄພ​ນາບ​ຂູ່​ຂອງ​ລັດ​ທິກໍ່​ການ​ຮ້າຍ. ອີ​ຢູ ຈະ​ໜູ​ນ​ຊ່ວຍ​ຈຳ​ນວນ​ເງິນ 7 ​ລ້ານ​ເອີ​ໂລ ໃຫ້​ໂຄງ​ການນີ້. ລະ​ອຽດ​ແມ່ນ, PACT ຈະ​ຊ່ວຍ​ປັບ​ປຸງ​ລະ​ດັບ​ຄວາມ​ຄືບ​ໜ້າ​​ໃນການ​ສືບ​ສວນ ແລະ ຊຸກ​ຍູ​​ການ​ນຳ​ໃຊ້​ ຫຼັກຖານນິຕິເວດໃນ​ບັນ​ດາ​ບ້າດກ​້າວ​ສືບ​ສວນ​ລັດ​ທິກໍ່​ການ​ຮ້າຍ. 


ຕອບກັບ

ຂ່າວ/ບົດ​ອື່ນ