ອີຢູກະຕຸກຊຸກຍູ້ອິດສະຣາແອນຢຸດຕິແຜນການກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ຈໍແດນ

(VOVWORLD) -ວັນທີ 18 ຕຸລາ, ອົງການພົວພັນຕ່າງປະເທດຂອງສະຫະພາບເອີລົບ (ອີຢູ) ໄດ້ຖະແຫຼງວ່າ, ອິດສະຣາແອນ ຕ້ອງຢຸດຕິບັນດາແຜນການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ຈໍແດນ
ອີຢູກະຕຸກຊຸກຍູ້ອິດສະຣາແອນຢຸດຕິແຜນການກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ຈໍແດນ - ảnh 1 (ພາບປະກອບ: AFP/TTXVN)

ພ້ອມທັງກ່າວເຕືອນວ່າ, ບັນດາເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ນັ້ນຈະນາບຂູ່ເຖິງບໍ່ວ່າຂໍ້ຕົກລົງສັນຕິພາບໃດໆໃນອະນາຄົດກັບປາແລດສະຕິນ. ຖະແຫຼງການກໍ່ຕັກເຕືອນວ່າ “ທຸກໆການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ຄືນໃໝ່ແມ່ນຜິດກົດໝາຍສາກົນ ແລະ ເຮັດໃຫ້ລັກສະນະເປັນໄປໄດ້ຂອງມາດຕະການ 2 ລັດ ແລະ ແງ່ຫວັງກ່ຽວກັບພື້ນຖານສັນຕິພາບທີ່ຍາວນານຖືກຫຼຸດຜ່ອນລົງ”. ກ່ອນໜ້ານັ້ນ, ໃນວັນດຽວກັນ, ອົງການບໍ່ຂຶ້ນກັບລັດຖະບານ Peace Now ໃຫ້ຮູ້ວ່າ, ອຳນາດການປົກຄອງອິດສະຣາແອນ ໄດ້ຊຸກຍູ້ແຜນການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ຄືນໃໝ່ກວ່າ 1.290 ຫຼັງ ເພື່ອແນໃສ່ເປີດກວ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດ ຈໍແດນ. ເລື່ອງຮັບຮອງເອົາແຜນການດັ່ງກ່າວຖືກດຳເນີນພາຍຫຼັງອຳນາດການປົກຄອງຂອງທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ໃຫ້ຄຳໝັ້ນສັນຍາວ່າຈະ ຍູ້ແຮງການກໍ່ສ້າງໃໝ່ບັນດາເຮືອນຕັ້ງຖິ່ນຖານຄົງທີ່ໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ