ອີຢິບ ແລະ ສະຫະປະຊາຊາດສະໜັບສະໜູນຄວາມມານະພະຍາຍາມເພື່ອສັນຕິພາບຢູ່ ລີບີ

ອີຢິບ ແລະ ສະຫະປະຊາຊາດສະໜັບສະໜູນຄວາມມານະພະຍາຍາມເພື່ອສັນຕິພາບຢູ່ ລີບີ - ảnh 1
ອີຢິບ ແລະ ສະຫະປະຊາຊາດສະໜັບສະໜູນ
ຄວາມມານະພະຍາຍາມເພື່ອສັນຕິພາບຢູ່ ລີບີ
(ພາບ: THX/TTXVN)

(vovworld) - ວັນ​ທີ 19/03 ຫົ​ວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ ອີ​ຢິບ, ພົນ​ຕີ Mahmoud Hegazy ​ແລະ ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ ລີ​ບີ ທ່ານ Martin Kobler ​ໄດ້ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຄວາ​ມມານະ​ພະຍາຍາມ​ມໍ່ໆ​ມາ​ນີ້ ​ເພື່ອ​ແນ​ໃສ່​ບັນລຸ​​ຄວາມ​ເຫັນ​ດີ​ລະຫວ່າງ​ບັນດາ​ຝ່າຍ​ຢູ່ ລີ​ບີ ກ່ຽວ​ກັບວິວັດທະນາ​ການ​ສັນຕິພາບ. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, ກອງທັບ ອີ​ຢິບ ​ໃຫ້​ຮູ້​ວ່າ: ທີ່​ການ​ພົບ​ປະ​ເຈລະຈາ​ ຖືກຈັດ​ຕັ້ງ​ຢູ່​ນະຄອນຫລວງ Cairo, ການ​ນຳ ອີ​ຢິບ ​ແລະ ສະຫະ​ປະຊາ​ຊາດ 2 ທ່ານ ​ໄດ້​ພິຈາລະນາ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ພາຍຫລັງ​ບັນດາ​ກອງ​ປະຊຸມ​ມໍ່ໆ​ມາ​ນີ້​ຂອງ​ຄະນະ​ກຳມະການ​​ເຈລະຈາ​ແຫ່ງ​ຊາດ​ໂດຍ ອີ​ຢິບ ສ້າງ​ຕັ້ງ ​ເພື່ອ​ແນ​ໃສ່​ຮັດ​ແຄບ​ຊ່ອງ​ຫວ່າງ​ລະຫວ່າງ​ບັນດາ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກ​ກັນຢູ່ ລີ​ບີ. 2 ຝ່າຍ​ຊົມ​ເຊີຍ​ບັນດາ​ໝາກຜົນ​ແຫ່ງ​ການ​ປະຊຸມ​ຂອງ​ກຸ່ມ 4 ຝ່າຍ​ກ່ຽວ​ກັບ ລີບີ ​ເຊິ່ງລວມມີ: ສະຫະ​ປະຊາ​ຊາດ, ສະຫະ​ພາບ ​ເອີ​ລົບ, ສະຫະພັນ ອາຣັບ, ສະຫະພັນ ອາ​ຟຣິກາ ທີ່​ຫາ​ກໍ່​ດຳ​ເນີນ​ໃນ​ວັນ​ທີ 18/03 ຢູ່ Cairo.

 

ຕອບກັບ

ຂ່າວ/ບົດ​ອື່ນ